ສູນລວມຂໍ້ມູນ ສທຄ

ຂ່າວສານ ແລະ ກິດຈະກຳ.

ຕິດຕາມຂ່າວສານ, ຜົນງານທາງວິຊາການ ແລະ ກິດຈະກຳຕ່າງໆຂອງສະຖາບັນການທະນາຄານ.

ກຳລັງອັບເດດຜົນການຄົ້ນຫາ...
ສະຖາບັນການທະນາຄານ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ, ປິດສົກຮຽນ 2025-2026, ເປີດສົກຮຽນໃໝ່ 2026-2027 ແລະ ມອບປະກາສະນີຍະບັດ ຢ່າງສົມກຽດ!
ຂ່າວພາຍໃນ ສທຄ
04 Nov 2026

ສະຖາບັນການທະນາຄານ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ, ປິດສົກຮຽນ 2025-2026, ເປີດສົກຮຽນໃໝ່ 2026-2027 ແລະ ມອບປະກາສະນີຍະບັດ ຢ່າງສົມກຽດ!

ສະຖາບັນການທະນາຄານ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ, ປິດສົກຮຽນ 2025-2026, ເປີດສົກຮຽນໃໝ່ 2026-2027 ແລະ ມອບປະກາສະນີຍະບັດ ຢ່າງສົມກຽດ! ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2026 – ສະຖາບັນການທະນາຄານ (ສທຄ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ, ປິດສົກຮຽນ 2025-2026, ເປີດສົກຮຽນໃໝ່ 2026-2027 ແລະ ມອບ-ຮັບປະກາສະນີຍະບັດ ໃຫ້ແກ່ຜູ້ສຳເລັດການສຶກສາຢ່າງເປັນທາງການ. ຜົນງານການດຳເນີນງານ ແລະ ສ້າງຊັບພະຍາກອນມະນຸດ ສົກຮຽນ 2025-2026ໃນສົກສຶກສາທີ່ຜ່ານມາ, ສທຄ ມີນັກສຶກສາທັງໝົດ 2,331 ຄົນ (ຍິງ 1,837 ຄົນ) ແລະ ໄດ້ສ້າງບຸກຄະລາກອນທີ່ມີຄຸນນະພາບອອກສູ່ສັງຄົມທັງໝົດ 595 ຄົນ (ຍິງ 463 ຄົນ): ລະດັບປະລິນຍາໂທ: ສຳເລັດ 44 ຄົນ (ໄດ້ຮັບໃບຍ້ອງຍໍ 06 ຄົນ) ລະດັບປະລິນຍາຕີ ແລະ ຕໍ່ເນື່ອງ: ສຳເລັດ 551 ຄົນ (ໄດ້ຮັບກຽດນິຍົມ 08 ຄົນ, ໃບຍ້ອງຍໍ 99 ຄົນ, ໃບຊົມເຊີຍ 54 ຄົນ)ພ້ອມນີ້, ຄູ-ອາຈານ ສທຄ ທັງໝົດ 126 ທ່ານ ຍັງໄດ້ສ້າງຜົນງານວິຊາການອັນໂດດເດັ່ນ: ຄົ້ນຄວ້າວິທະຍາສາດ 13 ຫົວຂໍ້ & ຂຽນບົດຄວາມວິຊາການ 09 ບົດ ຈັດຝຶກອົບຮົມ-ສຳມະນາ 11 ຫົວຂໍ້ ຮ່ວມມືກັບຊ່ຽວຊານ IMF ໃນການພັດທະນາແບບຈຳລອງ FPAS ທິດທາງແຜນການ & ການຫັນເປັນດີຈີຕອນ ສົກຮຽນ 2026-2027ສທຄ ມຸ່ງໜ້າປັບປຸງຫຼັກສູດໃຫ້ທັນສະໄໝ ເພື່ອຕອບໂຈດຄວາມຕ້ອງການຂອງຂະແໜງການເງິນ-ການທະນາຄານ ໂດຍເລັງໃສ່: Digital Banking & FinTech ລະບົບການຊຳລະສະສາງ & Cybersecurity ການວິເຄາະຂໍ້ມູນ, ທັກສະ IT & ມາດຕະຖານ IFRS ການຕ້ານການຟອກເງິນ (AML/CFT) ການເງິນສີຂຽວ (Green Finance) ໂອວາດ ແລະ ທິດຊີ້ນຳຈາກ ຄະນະນຳ ທະນາຄານແຫ່ງ ສປປ ລາວໃນພິທີ, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ, ຊົມເຊີຍຜົນງານ ແລະ ໄດ້ເນັ້ນ 5 ທິດຊີ້ນຳສຳຄັນ: ປັບປຸງຫຼັກສູດ: ເນັ້ນໃສ່ການເງິນດີຈີຕອນ, ການຄຸ້ມຄອງຄວາມສ່ຽງ ແລະ AML/CFT ຍົກລະດັບຄູ-ອາຈານ: ພັດທະນາພາສາ, ເຕັກໂນໂລຊີ, ວິຊາສະເພາະ ແລະ ຊຸກຍູ້ການຄົ້ນຄວ້າ ເນັ້ນຄຸນສົມບັດ: ສຶກສາອົບຮົມຈັນຍາບັນວິຊາຊີບ ເພື່ອສ້າງຄວາມເຊື່ອໝັ້ນ ຂະຫຍາຍການຮ່ວມມື: ຮັດແໜ້ນການຮ່ວມມືກັບທະນາຄານທຸລະກິດ ແລະ ສະຖາບັນການເງິນ ທັງໃນ-ຕ່າງປະເທດ ກຽມຄວາມພ້ອມຮອບດ້ານ: ສ້າງເງື່ອນໄຂໃຫ້ພ້ອມຮັບສົກຮຽນໃໝ່ພ້ອມນີ້ ທ່ານຮອງຜູ້ວ່າການ ຍັງໄດ້ອວຍພອນ ແລະ ຝາກຂໍ້ຄິດໃຫ້ຜູ້ສຳເລັດການສຶກສາໃຫ້ຮັກສາຄວາມສັດຊື່, ມີຈັນຍາບັນ, ເປັນຜູ້ຮຽນຮູ້ຕະຫຼອດຊີວິດ ແລະ ໄດ້ໃຫ້ກຳລັງໃຈນັກສຶກສາໃໝ່ ສົກຮຽນ 2026-2027 ໃນການມຸ່ງຫມັ້ນຕັ້ງເປົ້າໝາຍການຮຽນຕໍ່ໄປ.#ສະຖາບັນການທະນາຄານ #BankOfLaoPDR #ສທຄ #BankingInstitute #FinTech #DigitalBanking #ວັນຄູແຫ່ງຊາດ #ການສຶກສາລາວ

ສະຖາບັນການທະນາຄານ ລົງໄປຈັດກິດຈະກຳມອບເງິນ ຊ່ວຍເຫຼືອສັງຄົມຢູ່ທີ່ ໂຮງຮຽນປະຖົມ ຈັນສະຫວ່າງ ໃນຄັ້ງວັນທີວັນທີ 16 ກັນຍາ 2026 ນໍາພາໂດຍ ທ່ານ ປອ ບຸນຢືນ ໄຊເກີຢ່າຈົ່ງຕົວ ກຳມະການພັກ ຮາກຖານ ສະຖາບັນການທະນາຄານ
ຂ່າວພົວພັນພາຍນອກ
09 Oct 2026

ສະຖາບັນການທະນາຄານ ລົງໄປຈັດກິດຈະກຳມອບເງິນ ຊ່ວຍເຫຼືອສັງຄົມຢູ່ທີ່ ໂຮງຮຽນປະຖົມ ຈັນສະຫວ່າງ ໃນຄັ້ງວັນທີວັນທີ 16 ກັນຍາ 2026 ນໍາພາໂດຍ ທ່ານ ປອ ບຸນຢືນ ໄຊເກີຢ່າຈົ່ງຕົວ ກຳມະການພັກ ຮາກຖານ ສະຖາບັນການທະນາຄານ

ໃນຕອນບ່າຍຂອງວັນທີ ວັນທີ 16 ກັນຍາ 2026 (ວັນພຸດ) ສທຄ ໄດ້ນຳພາ ຕາງໜ້ານັກສຶກສາ ສະຖາບັນການທະນາຄານ ລົງໄປຈັດກິດຈະກຳມອບເງິນ ຊ່ວຍເຫຼືອສັງຄົມຢູ່ທີ່ ໂຮງຮຽນປະຖົມ ຈັນສະຫວ່າງ ໃນຄັ້ງວັນທີວັນທີ 16 ກັນຍາ 2026 ນໍາພາໂດຍ ທ່ານ ປອ ບຸນຢືນ ໄຊເກີຢ່າຈົ່ງຕົວ ກຳມະການພັກ ຮາກຖານ ສະຖາບັນການທະນາຄານ, ຕາງໜ້າພະແນກຫ້ອງການແລະຈັດຕັ້ງ, ພະແນກກວດກາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າ ບັນດາທີມພອນສະຫວັນນັກສຶກສາ ຈາກສະຖາບັນການທະນາຄານ ຈໍານວນໜຶ່ງເຂົ້າຮ່ວມ ໂດຍການຕ້ອນຮັບ ຂອງ ທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງສີໂຄດ ແລະ ມີ ທ່ານ ກົງມະນີ ສ້ອຍສົມຫວັງ ຜູ້ອໍານວຍການ ໂຮງຮຽນ ຈັນສະຫວ່າງ , ທ່ານ ບຸນຈັນ ສຸລິກັນ ຜູ້ອໍານວຍການ ໂຮງຮຽນ ວຽງຄໍາ ພ້ອມດ້ວຍຄູອາຈານຈາກທັງສອງໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ, ກິດຈະກຳຊ່ວຍເຫຼືອສັງຄົມໃນຄັ້ງນີ້ ສທຄ ໄດ້ມອບເງິນຊ່ວຍເຫຼືອເປັນຈໍານວນ 29.000.000 ກີບ; ການເຄື່ອນໄຫວໃນຄັ້ງນີ້ນອກຈາກການຊ່ວຍເຫຼືອສັງຄົມແລ້ວ ຍັງໄດ້ປະຕິບັດຕາມຕົວຊີ້ວັດຂອງວຽກງານປະກັນຄຸນນະພາບການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກ , ພ້ອມກັນນັ້ນ ສທຄ ຍັງໄດ້ໂຄສະນາຫຼັກສູດ ການຮຽນ-ການສອນ ໄປໃນໂຕ ແລະ ຍັງເປັນການສ້າງສາຍພົວພັນຮັດແໜ້ນຄວາມສາມັກຄີ ລະຫວ່າງ ສທຄ ກັບພາກສ່ວນພາຍນອກ ແລະ ໄດ້ຮັບຜົນການສະໜັບສະໜູນເຄື່ອງໃຊ້ທີ່ລະນຶກຈາກ ທະນາຄານການຄ້າຕ່າງປະເທດ (ຄັນຮົ່ມ,ຖົງ, ບິກ,ປື້ມບັນທຶກ ຈໍານວນໜື່ງ) ໃນການມອບໃຫ້ໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງ ແລະ ສໍາເລັດລົງໃນເວລາ 15:40 ນາທີ.

ແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື
ແຈ້ງການ
05 Oct 2026

ແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື

ສະຖາບັນການທະນາຄານ ຂໍແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື!ເລື່ອງ: ບໍ່ໃຫ້ນໍາໃຊ້ທະນະບັດ ເພື່ອເປັນຂອງຂວັນ, ຂອງທີ່ລະນຶກ, ພວງມະໄລຄ້ອງຄໍ, ສະພາຍ, ມົງກຸດໃສ່ຫົວ... ເພື່ອສະແດງຄວາມຍິນດີ ຕໍ່ບັນດິດໃຫມ່ ໃນພິທີມອບ-ຮັບປະກາສະນີຍະບັດ ຢູ່ ສທຄ. ສະຖາບັນການທະນາຄານ (ສທຄ) ອອກແຈ້ງການ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍດໍາລັດວ່າດ້ວຍການຄຸ້ມຄອງທະນະບັດ ສະບັບເລກທີ 854/ລບ, ລົງວັນທີ 31 ທັນວາ 2025 ໂດຍສະເພາະແມ່ນຂໍ້ຫ້າມ ທີ່ກໍານົດໄວ້ ໃນໝວດທີ 6 ມາດຕາ 22. ສະນັ້ນ, ສທຄ ຈຶ່ງຂໍຖືເປັນກຽດແຈ້ງມາອັງທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ຮັບຊາບທົ່ວເຖິງກັນວ່າ: ໃນພິທີມອບ-ຮັບ ປະກາສະນີຍະບັດ ປະຈໍາສົກສາ 2025-2026 ຢູ່ ສທຄ ກໍ່ຄືພິທີມອບ-ຮັບ ປະກາສະນີຍະບັດໃນສົກຕໍ່ໆໄປ; ຫ້າມເດັດຂາດບໍ່ໃຫ້ນໍາໃຊ້ທະນະບັດ (ໃບເງິນ) ມາຮ້ອຍຕົກແຕ່ງເປັນພວງມະໄລ, ຊໍ່ດອກໄມ້ສິ່ງປະດິດເປັນທີ່ລະນຶກຕ່າງໆ ມາເປັນຂອງຂວັນທີ່ລະນຶກ ເພື່ອສະແດງຄວາມຍິນດີ ໃຫ້ນັກສຶກສາ ທີ່ຈົບບັນດິດໃຫມ່ ໃນຂອບເຂດອ້ອມຮອບສະຖານທີ່ ສທຄ ຫຼື ຖ່າຍຮູບລົງສື່ອອນລາຍຕ່າງໆ ທີ່ເຮັດດ້ວຍໃບເງິນ. ທັງນີ້, ເພື່ອວ່າເປັນການຮັກສາຄຸນຄ່າຂອງເງິນກີບ ແລະ ແນ່ໃສ່ບົດບາດຂອງເງິນກີບສູງຂຶ້ນ, ປຸກຈິດສໍານຶກໃນການເຄົາລົບ, ປົກປັກຮັກສານໍາໃຊ້ເງິນໃຫ້ຖືກວິທີ. ພ້ອມທັງ, ເປັນການຍົກສູງຄຸນຄ່າກຽດສັກສີຂອງ ເງິນກີບ ຢ່າງເປັນຫົວໜ່ວຍເງິນຕາຂອງ ສປປ ລາວ. ໝາຍເຫດ: ຖ້າບໍ່ປະຕິບັດຕາມຕາມແຈ້ງການສະບັບນີ້ ຫາກພົບເຫັນຈະຍຶດມາເປັນອັນລວມຂອງ ສທຄ ແລະ ຈະບໍ່ມີການຕໍ່ລອງໃດໆທັງສິ້ນ.

ສັນຍາວ່າດ້ວຍການຮ່ວມມື  ລະຫວ່າງ ສະຖາບັນການທະນາຄານ  ແລະ  ບໍລິສັດ ເຄເຄ ຈ໋ອບຈໍາກັດຜູ້ດຽວ
ຂ່າວພົວພັນພາຍນອກ
29 Sep 2026

ສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນການທະນາຄານ ແລະ ບໍລິສັດ ເຄເຄ ຈ໋ອບຈໍາກັດຜູ້ດຽວ

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026 ທີ່ຫ້ອງປະຊຸມ 2 ຊັ້ນ 3 ຕຶກສະໂມສອນໄດ້ມີພິທີເຊັນສັນຍາວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນການທະນາຄານ ແລະ ບໍລິສັດ ເຄເຄ ຈ໋ອບຈໍາກັດຜູ້ດຽວ

ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ
ຂ່າວ 3 ອົງການຈັດຕັ້ງ
11 Sep 2026

ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ

ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ ແລະ ບັນດາໜ່ວຍຂຶ້ນກັບ ເຊິ່ງກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2026 ເພື່ອສະຫລຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ເຜີຍແຜ່ເອິກສານໃນການດຳເນີນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງຕົນ ໃຫ້ກຽດເປັນປະທານໂດຍ ສະຫາຍ ພອນສະຫວັນ ຄຳພາວົງ ຄະນະບໍລິຫານງານສະຫະພັນກຳມະບານ ທຫລ, ປະທານຄະນະບໍລິຫານງານ ຮາກຖານກຳມະບານ ສທຄ ແລະ ມີຄະນະບໍລິຫານງານ, ບັນດາຄະນະຫນ່ວຍເຂົ້າຮ່ວມທັງຫມົດ 11 ສະຫາຍ, ກອງປະຊຸມໄດ້ຮັບຮອງເອົາບົດສະຫລຸບ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ, ເຜີຍແຜ່ ແລະ ກຳນົດວາລະໃນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງບັນດາຫນ່ວຍ ແລະ ຮາກຖານ ພ້ອມທັງການປະກອບຄຳເຫັນອື່ນໆໃນການເຄື່ອນໄຫວຕື່ມອີກ

ປອ ສະຖາບັນການທະນາຄານໄດ້ຮັບ ໜັງສືຢັ້ງຢືນ ການຕີພິມໃນວາລະສານສະບັບພິເສດ ຄົບຮອບ 30 ປີ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ
ຂ່າວພາຍໃນ ສທຄ
27 Aug 2026

ປອ ສະຖາບັນການທະນາຄານໄດ້ຮັບ ໜັງສືຢັ້ງຢືນ ການຕີພິມໃນວາລະສານສະບັບພິເສດ ຄົບຮອບ 30 ປີ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ

ໜັງສືຢັ້ງຢືນ ການຕີພິມໃນວາລະສານສະບັບພິເສດ ຄົບຮອບ 30 ປີ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດເລກທີ IDSPlvli1.157-30/ສສວ.ທສກ ສູນສົ່ງເສີມວາລະສານວິທະຍາສາດ ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ວັນທີຕອບຮັບ 28 ກໍລະກົດ 2026ຄະນະບັນນາທິການ ວາລະສານສະບັບພິເສດ ຄົບຮອບ 30 ປີ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (5 ພະຈິກ 1996 ຫາ 5 ພະຈິກ 2026) (ISSN: 3104-8544 | E-ISSN: 3104-8552), ຂໍຢັ້ງຢືນວ່າບົດຄວາມວິທະຍາສາດຫົວຂໍ້: “Exchange Rate Stability in a Dollarized Economy: Analyzing Monetary Policy and Macroeconomic Drivers Fresh Insight from Laos” ໂດຍ Keoudone KEOTHEPHAR, Thonemy KEOKINNALY and Boungnuene XAYKEYACHONGTOUA, Banking Institute, Bank of the Lao PDR, Laos, ໄດ້ມີການກວດແກ້, ປະເມີນ ແລະ ໄດ້ຮັບອະນຸຍາດເພື່ອຕີພິມໃນວາລະສານສະບັບພິເສດ ຄົບຮອບ 30 ປີ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ອອນລາຍໃນວັນທີ 15 ສິງຫາ 2026 (weblink: https://sj.sjnl.la/).ດັ່ງນັ້ນ, ຈຶ່ງໄດ້ອອກໜັງສືຢັ້ງຢືນສະບັບນີ້ ເພື່ອຢັ້ງຢືນຜົນງານທາງວິຊາການ.ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ຫົວໜ້າບັນນາທິການໃຫຍ່ ວາລະສານສະບັບພິເສດ 30 ປີ ມຊ

ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ແລະ ອາໄລອາວອນຢ່າງຮັກແພງ ເຖິງການຈາກໄປຂອງ:ສະຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ
ຂ່າວພາຍໃນ ສທຄ
11 Aug 2026

ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ແລະ ອາໄລອາວອນຢ່າງຮັກແພງ ເຖິງການຈາກໄປຂອງ:ສະຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

🖤 ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ 🖤ຄະນະພັກ, ຄະນະສະຖາບັນ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ທົ່ວສະຖາບັນການທະນາຄານ ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ແລະ ອາໄລອາວອນຢ່າງຮັກແພງ ເຖິງການຈາກໄປຂອງ:ສະຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວການຈາກໄປຂອງ ສະຫາຍ ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ ແລະ ຫຼວງຫຼາຍ ຂອງພັກ, ລັດ, ປະຊາຊົນລາວບັນດາເຜົ່າ ກໍຊັ້ນຄົນປັນຍາຊົນ ແລະ ບຸກຄະລາກອນໃນຂະແໜງການສຶກສາ-ທະນາຄານ ທີ່ໄດ້ສູນເສຍຜູ້ນໍາທີ່ມີຄວາມຮູ້, ຄວາມສາມາດ, ຄວາມຈົງຮັກພັກດີ ແລະ ມີຄຸນງາມຄວາມດີອັນໃຫຍ່ຫຼວງຕໍ່ປະເທດຊາດ.ໃນວາລະອັນໂສກເສົ້ານີ້, ພວກຂ້າພະເຈົ້າ ຄະນະນໍາ ແລະ ບຸກຄະລາກອນ ທົ່ວສະຖາບັນການທະນາຄານ ຂໍຮ່ວມແບ່ງເບົາຄວາມທຸກໂສກ ແລະ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວ ອັນສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ມາຍັງຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ໄຊສົມພອນ ພົມວິຫານ ມາ ນະ ໂອກາດນີ້ດ້ວຍ.ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ບູຊາຄຸນງາມຄວາມດີຕະຫຼອດໄປ.🙏 ຂໍໃຫ້ດວງວິນຍານຂອງ ສະຫາຍ ໄປສູ່ສຸຄະຕິດ້ວຍເຖີ້ນ.

ແນະນຳຫຼັກສູດສາຂາການເງິນຈຸລະພາກ
ຂ່າວພາຍໃນ ສທຄ
06 Jul 2026

ແນະນຳຫຼັກສູດສາຂາການເງິນຈຸລະພາກ

ສາຂາ ການເງິນຈຸລະພາກ (Microfinance)ສະຖາບັນການທະນາຄານ Banking Instituteສິ່ງທີ່ຈະໄດ້ຮຽນຮູ້ນັກສຶກສາຈະໄດ້ຮຽນຮູ້ການໃຫ້ບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ບໍ່ຮັບເງິນຝາກ, ສະໜອງເງິນກູ້ລາຍຍ່ອຍ, ທຸລະກິດການເງິນດ້ານຕ່າງໆ, ຮູ້ຈັກວາງແຜນ, ກຳນົດ ແລະ ປະເມີນຍຸດທະສາດທາງດ້ານການເງິນ, ການປະຍຸກໃຊ້ໃນການບໍລິຫານສະຖາບັນການເງິນ ຫຼື ທຸລະກຳການເງິນ.ນອກນັ້ນ ຍັງໄດ້ຮຽນຮູ້ພາສາອັງກິດ 04 ຊົ່ວໂມງ/ອາທິດ (320 ຊົ່ວໂມງ/ຊຸດຮຽນ), ຝຶກນຳໃຊ້ຄອມພິວເຕີໃນຫ້ອງຄອມພິວເຕີ, ຝຶກງານໃນທະນາຄານຈຳລອງ ແລະ ອົງກອນຕ່າງໆ, ເຂົ້າຮ່ວມກິດຈະກຳທັດສະນະສຶກສາ, ຊ່ວຍເຫຼືອສັງຄົມ, ກິລາ, ສິລະປະ-ດົນຕີ ແລະ ອື່ນໆ.VDO ສາຂາ ການເງິນຈຸລະພາກ (Microfinance) Clip01https://drive.google.com/file/d/149serfJHJ9hr1Jk1ruwyRLlu1r23NwXr/view?usp=drivesdkVDO ສາຂາ ການເງິນຈຸລະພາກ (Microfinance) Clip02https://drive.google.com/file/d/1qlULlYk0pDJUY1HVf6oMSXM8vP4__UqA/view?usp=drivesdk

ແຜນທີ່ທາງມາສະຖາບັນການທະນາຄານ
ຂ່າວພາຍໃນ ສທຄ
06 Jul 2026

ແຜນທີ່ທາງມາສະຖາບັນການທະນາຄານ

ສະຖານທີ່ຕັ້ງສະຖາບັນການທະນາຄານVDO ທາງມາສະຖາບັນການທະນາຄານhttps://drive.google.com/file/d/1496jflWxlbYXBHqBDYBSgpAtyQu-0-v2/view?usp=drivesdkທີ່ຢູ່ບ້ານ ຕານມີໄຊ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນເບີໂທລະສັບ+856 21 (+856-21) 770 916ແຟັກ(+856-21) 770967ອີເມວbankinginstitute@bibol.edu.laGoogle Maphttps://maps.app.goo.gl/PkcXrZegcpzC3ayp8