ຮູບພາບຂອງ: ສະຖາບັນການທະນາຄານ ແຫ່ງ ສປປ ລາວ ແລກປ່ຽນບົດຮຽນວຽກງານຫ້ອງມູນເຊື້ອ ກັບ ກົມສື່ມວນຊົນ ສະພາແຫ່ງຊາດ
ຮູບພາບຂອງ: ສະຖາບັນການທະນາຄານ ແຫ່ງ ສປປ ລາວ ແລກປ່ຽນບົດຮຽນວຽກງານຫ້ອງມູນເຊື້ອ ກັບ ກົມສື່ມວນຊົນ ສະພາແຫ່ງຊາດ
ຂ່າວພົວພັນພາຍນອກ 25 May 2026

ສະຖາບັນການທະນາຄານ ແຫ່ງ ສປປ ລາວ ແລກປ່ຽນບົດຮຽນວຽກງານຫ້ອງມູນເຊື້ອ ກັບ ກົມສື່ມວນຊົນ ສະພາແຫ່ງຊາດ

ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2026 – ພະແນກຝຶກອົບຮົມ, ຄົ້ນຄວ້າວິທະຍາສາດ ແລະ ຂໍ້ມູນຂ່າວສານ, ສະຖາບັນການທະນາຄານ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຫ້ອງມູນເຊື້ອ ຢູ່ກົມສື່ມວນຊົນ, ຫ້ອງວ່າການສະພາແຫ່ງຊາດ ເພື່ອຖອດຖອນບົດຮຽນ ແລະ ນຳມາປັບໃຊ້ເຂົ້າໃນວຽກງານຕົວຈິງ.

ການພົບປະໃນຄັ້ງນີ້, ຝ່າຍສະຖາບັນການທະນາຄານ ນຳໂດຍ ທ່ານ ນາງ ນິລັນດອນ ແກ້ວມະນີສີ ຮອງຜູ້ອຳນວຍການສະຖາບັນການທະນາຄານ ແລະ ຝ່າຍກົມສື່ມວນຊົນ ນຳໂດຍ ທ່ານ ແກ້ວລະກາ ຊ້ອຍໄຊຍະ ຮອງຫົວໜ້າກົມສື່ມວນຊົນ, ພ້ອມດ້ວຍຄະນະພະແນກ ແລະ ວິຊາການຂອງທັງສອງພາກສ່ວນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຮອງຫົວໜ້າກົມສື່ມວນຊົນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບກົງຈັກການຈັດຕັ້ງ, ລວມທັງ ການປະຕິບັດໜ້າທີ່ວຽກງານຫ້ອງມູນເຊື້ອ ແລະ ປະຫວັດສາດໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການໃນຕໍ່ໜ້າ. ສອງຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບຂະບວນການສ້າງຕັ້ງຫ້ອງມູນເຊື້ອ ນັບແຕ່ໄລຍະກະກຽມຈົນເຖິງປັດຈຸບັນ ເປັນຕົ້ນ ແມ່ນ: ການເກັບກຳຂໍ້ມູນ, ຮູບພາບ, ເອກະສານກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ການອອກແບບໜ້າພຽງ; ການຂໍຄວາມຮ່ວມມືກັບລູກຫຼານອະດີດການນຳ ເພື່ອຂໍຂໍ້ມູນຮູບພາບ ແລະ ວັດຖຸພັນຕ່າງໆ.



ຫ້ອງມູນເຊື້ອ ຫ້ອງວ່າການສະພາແຫ່ງຊາດ ໄດ້ເປີດຢ່າງເປັນທາງການໃນວັນທີ 30 ກັນຍາ 2024. ຈຸດປະສົງສຳຄັນຂອງການສ້າງຫ້ອງມູນເຊື້ອແຫ່ງນີ້ ແມ່ນເພື່ອເປັນສະຖານທີ່ສະສົມ, ສຶກສາ, ຄົ້ນຄວ້າ ແລະ ຈັດວາງ ສະແດງວັດຖຸພັນ ກ່ຽວກັບມູນເຊື້ອການປະຕິວັດ, ປະຫວັດການເຄື່ອນໄຫວຂອງການນຳ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ເພື່ອໃຫ້ສັງຄົມຮຽນຮູ້ປະຫວັດຄວາມເປັນມາຂອງອົງການນິຕິບັນຍັດ, ທັງເປັນການປູກຈິດສຳນຶກຮັກຊາດໃຫ້ແກ່ຄົນລຸ້ນຫຼັງ.

ປັດຈຸບັນ, ເນື້ອໃນຂອງຫ້ອງມູນເຊື້ອ ໄດ້ຈັດວາງສະແດງອອກເປັນ 4 ພາກ ຄື: ໄລຍະຕໍ່ສູ້ກູ້ຊາດ, ການເຄື່ອນໄຫວວຽກງານຂອງສະພາປະຊາຊົນສູງສຸດ ຊຸດທີ I ຫາ ສະພາແຫ່ງຊາດ ຊຸດທີ VIII, ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານການຕ່າງປະເທດ. ພາຍຫຼັງການປຶກສາຫາລື, ຄະນະຜູ້ແທນໄດ້ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງຂອງຫ້ອງມູນເຊື້ອ ແລະ ມີການມອບປຶ້ມທີ່ລະນຶກຂອງສະພາແຫ່ງຊາດໃຫ້ກັນ ເພື່ອເປັນສັນຍາລັກແຫ່ງການຮ່ວມມື ແລະ ແລກປ່ຽນບົດຮຽນໃນຄັ້ງນີ້.

 


ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ