ຂ່າວ 3 ອົງການຈັດຕັ້ງ
25 May 2026
ສທຄ ລົງພົບປະເອົາຂໍ້ມຸນ ແລະ ຄວາມຕ້ອງຊ່ວຍເຫລືອຂອງ 2 ໂຮງຮຽນປະຖົມ ຢູ່ເມືອງສີໂຄດ ແລະ ບ້ານ ນສ ຈຳນວນຫນຶ່ງ
ຕອນບ່າຍ ຂອງວັນທີ 20 ພຶດສະພາ 2026, ພຄສ ໄດ້ສົມທົບກັບຕ່າງຫນ້າ 3 ອົງການຈັດຕັ້ງ ສທຄ ລົງພົບປະເອົາຂໍ້ມຸນ ແລະ ຄວາມຕ້ອງຊ່ວຍເຫລືອຂອງ 2 ໂຮງຮຽນປະຖົມ ຢູ່ເມືອງສີໂຄດ ແລະ ບ້ານ ນສ ຈຳນວນຫນຶ່ງ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ (ຫມາກເຫັບ) ຜ່ານມາ. ຕາມແຜນການຈັດຕັ້ງ ສທຄ ໄດ້ຕົກລົງຊ່ວຍເຫລືອຄື: 1. ນສ ສທຄ 15 ຄອບຄົວ ທີ່ໄດ້ຮັບຜົນກະທົບຫລັງຄາບ້ານເປເພ; 2. ຊ່ວຍ 2 ໂຮງງຮຽນປະຖົມ ເມືອງສີໂຄດ. ເຊິ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດມອບເງິນ ແລະ ວັດຖຸຊ່ວຍເຫລືອໃນເດືອນພຶດສະພາ 2026 ນີ້.


ຂ່າວໂດຍ: ພຄສ ແລະ ຖ່າຍພາບຈາກ ນສ.