ພິທີປິດຝຶກອົບຮົມ ຫົວຂໍ້ ການວາງແຜນຍຸດທະສາດ ໃນວັນທີ 22/05/2026
ໃນວັນທີ 21-22 ພຶດສະພາ 2026 ຜ່ານມາ, ໄດ້ມີການຈັດຝຶກອົບຮົມໄລຍະສັ້ນ ຫົວຂໍ້ “ການວາງແຜນຍຸດທະສາດ” ເປັນເວລາ 2 ວັນ ໂດຍມີຈຸດປະສົງເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະໃນການກຳນົດວິໄສທັດ, ພັນທະກິດ, ເປົ້າໝາຍ ພ້ອມທັງການສ້າງແຜນຍຸດທະສາດໃຫ້ສອດຄ່ອງກັບທິດທາງການພັດທະນາຂອງອົງກອນໃນໄລຍະຍາວ.
ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຄວາມສົນໃຈຈາກບຸກຄະລາກອນ ແລະ ຜູ້ບໍລິຫານຈາກຫຼາຍພາກສ່ວນ ເຂົ້າຮ່ວມປະກອບມີ ພະນັກງານຈາກ Banque Pour Le Commerce Exterieur Lao Public, Lao-Viet Bank, LAPNet ແລະ ຜູ້ປະກອບການຈາກທຸລະກິດສ່ວນຕົວ. ບັນຍາກາດການຮຽນຮູ້ເປັນໄປຢ່າງຄຶກຄື້ນ ໂດຍຜູ້ເຂົ້າຮ່ວມໄດ້ຮ່ວມແລກປ່ຽນປະສົບການ, ວິເຄາະກໍລະນີສຶກສາ ແລະ ຝຶກປະຕິບັດການວາງແຜນຍຸດທະສາດຕົວຈິງ.
ເນື້ອໃນການອົບຮົມໄດ້ຄອບຄຸມຫົວຂໍ້ສຳຄັນ ອາທິ ການວິເຄາະສະພາບແວດລ້ອມຂອງອົງກອນ, ການວິເຄາະ SWOT, ການກຳນົດວິໄສທັດ ແລະ ພັນທະກິດ, ການສ້າງເປົ້າໝາຍເຊີງຍຸດທະສາດ ພ້ອມທັງການນຳແຜນຍຸດທະສາດໄປສູ່ການປະຕິບັດໃຫ້ເກີດຜົນເປັນຮູບປະທຳ.
ຜ່ານການຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ເຄື່ອງມືທີ່ສຳຄັນ ສາມາດນຳໄປປັບໃຊ້ໃນການວາງແຜນ ແລະ ການບໍລິຫານອົງກອນຂອງຕົນໄດ້ຢ່າງມີປະສິດທິຜົນ, ອັນຈະຊ່ວຍສົ່ງເສີມການພັດທະນາອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຮອງຮັບການປ່ຽນແປງໃນອະນາຄົດໄດ້ຢ່າງຍືນຍົງ.
