ກອງປະຊຸມສະພາສະຖາບັນການທະນາຄານ ສະໄໝສາມັນ (ຄັ້ງທີ I ປະຖົມມະລຶກ) ປະຈໍາປີ 2026.
ສະຖາບັນການທະນາຄານ ໄດ້ຈັດກອງປະຊຸມສະພາສະຖາບັນການທະນາຄານ ສະໄໝສາມັນ (ຄັ້ງທີ I ປະຖົມມະລຶກ) ປະຈໍາປີ 2026.
ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2026 ທີ່່ສະຖາບັນການທະນາຄານ(ສທຄ) ໄດ້ຈັດກອງປະຊຸມສະພາສະຖາບັນການທະນາຄານ ສະໄໝສາມັນ (ຄັ້ງທີ I ປະຖົມມະລຶກ) ປະຈໍາປີ 2026, ໂດຍການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າສະຖາບັນການທະນຄານ, ຕາງໜ້າຈາກກົມຈັດຕັ້ງແລະພະນັກງານ(ທຫລ), ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຕາງໜ້າຈາກສະມາຄົມທະນາຄານລາວ, ຕາງໜ້າຈາກສະຖາບັນການເງິນຈຸລະພາກ ແລະ ແຂກເຂົ້າຮ່ວມ ຈຳນວນ 14 ທ່ານ, ຍິງ 8 ທ່ານ.
ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງສະພາສະຖາບັນການທະນາຄານ ສະບັບເລກທີ120/ທຫລ, ລົງວັນທີ 31 ມັງກອນ 2024, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງສະພາສະຖາບັນການທະນາຄານ ສະບັບເລກທີ 511/ທຫລ,ລົງວັນທີ 14 ພຶດສະພາ 2024, ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ສທຄ ປະຈຳປີ 06 ເດືອນທ້າຍປີ 2025 ຫາ 01-04/2026 ແລະ ທິດທາງແຜນການຈັດຕັ້ງປະຕິບັດ ປີ 2026, ຜ່ານຮ່າງສະຫຼຸບແຜນງານ-ໂຄງການ ປະຈໍາເດືອນ 1- 4 ປີ 2026, ຜ່ານຮັບຮອງການປັບປຸງນິຕິກໍາ 03 ສະບັບ, ລາຍງານການປະເມີນເປົ້າໝາຍສະເໜີຂໍຕຳແໜ່ງວິຊາການຄູ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກນັ້ນກອງປະຊຸມດັ່ງກ່າວຍັງໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຊຶ່ງກັນແລະກັນຢ່າງກົງໄປກົງມາຫຼາຍບັນຫາສຳຄັນເພື່ອເຮັດໃຫ້ວຽກສາມາດຈັດຕັ້ງປະຕິບັດ ແລະ ສຳເລັດຕາມແຜນທີ່ກຳນົດໄວ້.


