ຂ່າວພາຍໃນ ສທຄ
19 June 2026
ບໍລິສັດ Lapnet ມອບເຄື່ອງ Server ຊ່ວຍເຫຼືອລ້າ ໃຫ້ແກ່ສະຖາບັນການທະນາຄານ
ໃນຕອນເຊົ້າ ວັນພະຫັດ ຂອງວັນທີ 18 ມິຖຸນາ 2026 ທີ່ຫ້ອງປະຊຸມ 4 ຊັ້ນ 3 ຕຶກສະໂມສອນ ທີ່ສະຖາບັນການທະນາຄານ, ໄດ້ມີພິທີມອບຮັບເຄື່ອງ Server ຊ່ວຍເຫຼືອລ້າຈາກບໍລິສັດ Lapnet ເປັນກຽດມອບໂດຍ ທ່ານ ສີສະໝອນ ສຣິທິຣາດ ຜູ້ອຳນວຍການບໍລິສັດ ຈຳນວນ 08 ເຄື່ອງ ແລະ ເປັນກຽດຮັບເອົາໂດຍ ທ່ານ ປອ ນ. ທອນມີ ແກ້ວກິນນາລີ ຫົວໜ້າສະຖາບັນການທະນາຄານ. ເພື່ອເອົາໄປໝູນໃຊ້ເຂົ້າໃນວຽກງານການສຶກສາ-ການຝຶກອົບຮົມ ຕາມການໜ້າທີ່ວຽກງານຂອງສະຖາບັນການທະນາຄານໃຫ້ເກີດຜົນປະໂຫຍດສູງສຸດ



