ສະຖາບັນການທະນາຄານ ຈັດຊຸດຝຶກອົບຮົມ “ການຫັນປ່ຽນທະນາຄານສູ່ດິຈິຕອລ” ເນັ້ນໃສ່ການສ້າງຍຸດທະສາດ ແລະ ບຸກຄະລາກອນຮອງຮັບຍຸກ Digital Banking
ສະຖາບັນການທະນາຄານ ຈັດຊຸດຝຶກອົບຮົມ “ການຫັນປ່ຽນທະນາຄານສູ່ດິຈິຕອລ” ເນັ້ນໃສ່ການສ້າງຍຸດທະສາດ ແລະ ບຸກຄະລາກອນຮອງຮັບຍຸກ Digital Banking
ຂ່າວຝຶກອົບຮົມ 22 June 2026

ສະຖາບັນການທະນາຄານ ຈັດຊຸດຝຶກອົບຮົມ “ການຫັນປ່ຽນທະນາຄານສູ່ດິຈິຕອລ” ເນັ້ນໃສ່ການສ້າງຍຸດທະສາດ ແລະ ບຸກຄະລາກອນຮອງຮັບຍຸກ Digital Banking

ສະຖາບັນການທະນາຄານ ຈັດຊຸດຝຶກອົບຮົມ “ການຫັນປ່ຽນທະນາຄານສູ່ດິຈິຕອລ” ເນັ້ນໃສ່ການສ້າງຍຸດທະສາດ ແລະ ບຸກຄະລາກອນຮອງຮັບຍຸກ Digital Banking

[ໃນລະຫວ່າງວັນທີ 18-19 ມິຖຸນາ 2026 ທີ່ຜ່ານມານີ້, ສະຖາບັນການທະນາຄານ ໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນໃນຫົວຂໍ້ “ການຫັນປ່ຽນທະນາຄານສູ່ດິຈິຕອລ” (Digital Transformation in Banking) ໃຫ້ແກ່ ບຸກຄະລາກອນໃນຂະແໜງການເງິນ-ການທະນາຄານ ເພື່ອຍົກລະດັບຄວາມຮູ້, ວິໄສທັດ ແລະ ກຽມຄວາມພ້ອມໃນການຂັບເຄື່ອນອົງກອນໄປສູ່ຍຸກດິຈິຕອລຢ່າງເຕັມຮູບແບບ.

ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເນັ້ນໃສ່ການແລກປ່ຽນບົດຮຽນ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃນ 5 ພາກສ່ວນສຳຄັນ ທີ່ເປັນຫົວໃຈຫຼັກຂອງການຫັນປ່ຽນອົງກອນ ຄື:

• ວິວັດທະນາການ ແລະ ຕົວແບບທຸລະກິດໃໝ່: ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວ່າ Digital Banking ບໍ່ແມ່ນພຽງແຕ່ການຍ້າຍການບໍລິການຈາກເຄົາເຕີມາຢູ່ເທິງໜ້າຈໍມືຖື, ແຕ່ແມ່ນການປ່ຽນແປງຕົວແບບທຸລະກິດ (Business Model) ຢ່າງສິ້ນເຊີງ;

• ເຕັກໂນໂລຊີ ແລະ ການບໍລິຫານຂໍ້ມູນ: ເນັ້ນໜັກແນວຄິດ ຂໍ້ມູນຄືຊັບພະຍາກອນທີ່ມີຄ່າ

• ຍຸດທະສາດທີ່ຍຶດລູກຄ້າເປັນສູນກາງ: ການວາງຍຸດທະສາດທີ່ດີຕ້ອງເລີ່ມຕົ້ນທີ່ "ລູກຄ້າ" ເປັນຫຼັກ ໂດຍການນຳໃຊ້ເຄື່ອງມື Business Model Canvas (BMC);

• ການພັດທະນາຄົນ ແລະ ວັດທະນະທຳອົງກອນ: ເພາະສິ່ງທີ່ທ້າທາຍທີ່ສຸດຄື "ຄົນ";

• ຖອດຖອນບົດຮຽນຈາກກໍລະນີສຶກສາລະດັບສາກົນ: ໄດ້ມີການສຶກສາບົດຮຽນຕົວຈິງຈາກຄວາມກ້າຫານໃນການຫັນປ່ຽນອົງກອນຂອງທະນາຄານ;

ໃນຕອນທ້າຍຂອງພິທີ, ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ໄດ້ສໍາເລັດຫຼັກສູດຢ່າງເປັນທາງການ. ຊຸດຝຶກອົບຮົມໃນຄັ້ງນີ້ ປິດລົງດ້ວຍບັນຍາກາດອັນສະຫງ່າງາມ ແລະ ເຕັມໄປດ້ວຍຄວາມມຸ່ງໝັ້ນຂອງບັນດາຜູ້ບໍລິຫານ ແລະ ພະນັກງານ ທີ່ຈະຮ່ວມກັນນຳພາຂະແໜງການທະນາຄານກ້າວສູ່ຍຸກດິຈິຕອລຢ່າງມີປະສິດທິພາບ ແລະ ຍືນຍົງ.

ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ