ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ
ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ
ຂ່າວ 3 ອົງການຈັດຕັ້ງ 11 September 2026

ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ

ກຳມະບານຮາກຖານສະຖາບັນການທະນາຄານ ເປີດເປີດກອງປະຊຸມຄົບຄະນະ ແລະ ບັນດາໜ່ວຍຂຶ້ນກັບ ເຊິ່ງກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2026 ເພື່ອສະຫລຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ເຜີຍແຜ່ເອິກສານໃນການດຳເນີນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງຕົນ ໃຫ້ກຽດເປັນປະທານໂດຍ ສະຫາຍ ພອນສະຫວັນ ຄຳພາວົງ ຄະນະບໍລິຫານງານສະຫະພັນກຳມະບານ ທຫລ, ປະທານຄະນະບໍລິຫານງານ ຮາກຖານກຳມະບານ ສທຄ ແລະ ມີຄະນະບໍລິຫານງານ, ບັນດາຄະນະຫນ່ວຍເຂົ້າຮ່ວມທັງຫມົດ 11 ສະຫາຍ, ກອງປະຊຸມໄດ້ຮັບຮອງເອົາບົດສະຫລຸບ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ, ເຜີຍແຜ່ ແລະ ກຳນົດວາລະໃນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງບັນດາຫນ່ວຍ ແລະ ຮາກຖານ ພ້ອມທັງການປະກອບຄຳເຫັນອື່ນໆໃນການເຄື່ອນໄຫວຕື່ມອີກ

ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ