ແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື
ແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື
ແຈ້ງການ 05 October 2026

ແຈ້ງການ ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື

ສະຖາບັນການທະນາຄານ ຂໍແຈ້ງການ

ບັນດາທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ທີ່ນັບຖື!


ເລື່ອງ: ບໍ່ໃຫ້ນໍາໃຊ້ທະນະບັດ ເພື່ອເປັນຂອງຂວັນ, ຂອງທີ່ລະນຶກ, ພວງມະໄລຄ້ອງຄໍ, ສະພາຍ, ມົງກຸດໃສ່ຫົວ... ເພື່ອສະແດງຄວາມຍິນດີ ຕໍ່ບັນດິດໃຫມ່ ໃນພິທີມອບ-ຮັບປະກາສະນີຍະບັດ ຢູ່ ສທຄ.


ສະຖາບັນການທະນາຄານ (ສທຄ) ອອກແຈ້ງການ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍດໍາລັດວ່າດ້ວຍການຄຸ້ມຄອງທະນະບັດ ສະບັບເລກທີ 854/ລບ, ລົງວັນທີ 31 ທັນວາ 2025 ໂດຍສະເພາະແມ່ນຂໍ້ຫ້າມ ທີ່ກໍານົດໄວ້ ໃນໝວດທີ 6 ມາດຕາ 22. ສະນັ້ນ, ສທຄ ຈຶ່ງຂໍຖືເປັນກຽດແຈ້ງມາອັງທ່ານ ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນມິດສະຫາຍນັກສຶກສາ ແລະ ຜູ້ປະກອບການຮ້ານຄ້າເຄື່ອນທີ່ ທີ່ດໍາເນີນທຸລະກິດ ຂາຍເຄື່ອງທີ່ລະນຶກ ຮັບຊາບທົ່ວເຖິງກັນວ່າ: ໃນພິທີມອບ-ຮັບ ປະກາສະນີຍະບັດ ປະຈໍາສົກສາ 2025-2026 ຢູ່ ສທຄ ກໍ່ຄືພິທີມອບ-ຮັບ ປະກາສະນີຍະບັດໃນສົກຕໍ່ໆໄປ; ຫ້າມເດັດຂາດບໍ່ໃຫ້ນໍາໃຊ້ທະນະບັດ (ໃບເງິນ) ມາຮ້ອຍຕົກແຕ່ງເປັນພວງມະໄລ, ຊໍ່ດອກໄມ້ສິ່ງປະດິດເປັນທີ່ລະນຶກຕ່າງໆ ມາເປັນຂອງຂວັນທີ່ລະນຶກ ເພື່ອສະແດງຄວາມຍິນດີ ໃຫ້ນັກສຶກສາ ທີ່ຈົບບັນດິດໃຫມ່ ໃນຂອບເຂດອ້ອມຮອບສະຖານທີ່ ສທຄ ຫຼື ຖ່າຍຮູບລົງສື່ອອນລາຍຕ່າງໆ ທີ່ເຮັດດ້ວຍໃບເງິນ. ທັງນີ້, ເພື່ອວ່າເປັນການຮັກສາຄຸນຄ່າຂອງເງິນກີບ ແລະ ແນ່ໃສ່ບົດບາດຂອງເງິນກີບສູງຂຶ້ນ, ປຸກຈິດສໍານຶກໃນການເຄົາລົບ, ປົກປັກຮັກສານໍາໃຊ້ເງິນໃຫ້ຖືກວິທີ. ພ້ອມທັງ, ເປັນການຍົກສູງຄຸນຄ່າກຽດສັກສີຂອງ ເງິນກີບ ຢ່າງເປັນຫົວໜ່ວຍເງິນຕາຂອງ ສປປ ລາວ.


ໝາຍເຫດ: ຖ້າບໍ່ປະຕິບັດຕາມຕາມແຈ້ງການສະບັບນີ້ ຫາກພົບເຫັນຈະຍຶດມາເປັນອັນລວມຂອງ ສທຄ ແລະ ຈະບໍ່ມີການຕໍ່ລອງໃດໆທັງສິ້ນ.




ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ