ກອງປະຊຸມອອນລາຍ ຄັ້ງທີ 2 ຂອງກຸ່ມເຮັດວຽກການວິເຄາະຊ່ອງວ່າງຄວາມອາດສາມາດຂອງ Microcredentials (Microcredentials Capacity Gap Analysis Working Group)
ກອງປະຊຸມອອນລາຍ ຄັ້ງທີ 2 ຂອງກຸ່ມເຮັດວຽກການວິເຄາະຊ່ອງວ່າງຄວາມອາດສາມາດຂອງ Microcredentials (Microcredentials Capacity Gap Analysis Working Group)
ຂ່າວພົວພັນພາຍນອກ 24 April 2025

ກອງປະຊຸມອອນລາຍ ຄັ້ງທີ 2 ຂອງກຸ່ມເຮັດວຽກການວິເຄາະຊ່ອງວ່າງຄວາມອາດສາມາດຂອງ Microcredentials (Microcredentials Capacity Gap Analysis Working Group)


ໃນວັນທີ 24 ເມສາ 2025, ທີມງານຂອງ MICRO4ASIA ພາຍໃຕ້ໂຄງການ Erasmus+ ໄດ້ຈັດກອງປະຊຸມອອນໄລນ໌ຂຶ້ນອີກຄັ້ງ ເພື່ອຕິດຕາມຄວາມຄືບໜ້າ ແລະ ນໍາສະເໜີຫຼັກສູດຝຶກອົບຮົມໄລຍະສັ້ນຂອງ ບັນດາສະຖາບັນການສຶກສາຊັ້ນສູງໃນ ສປປ ລາວ (ລວມມີ ສທຄ) ແລະ ສສ ຫວຽດນາມ!

ບັນດາສະຖາບັນການສຶກສາຊັ້ນສູງຂອງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ແບ່ງປັນວິທີການພັດທະນາຫຼັກສູດໄລຍະສັ້ນຂອງຕົນ. ໃນກອງປະຊຸມໄດ້ມີການປຶກສາຫາລືກັນຢ່າງຝົດຟື້ນ ລະຫວ່າງບັນດາຜູ້ເຂົ້າຮ່ວມທັງໝົດ ລວມທັງຜູ້ເຂົ້າຮ່ວມຈາກບັນດາປະເທດໃນເອີຣົບ .

ການແລກປ່ຽນຄັ້ງນີ້ເປັນບາດກ້າວສໍາຄັນ ເພື່ອເພີ່ມທະວີຄວາມພະຍາຍາມ ຂອງພວກເຮົາໃນການປັບປຸງການພັດທະນາ ໃບຢັ້ງຢືນຈຸລະພາກ (Micro-Credential) ໃນ ສປປ ລາວ ແລະ ສສ ຫວຽດນາມ.

____________________________________________________________________

On 24th April 2025, the MICRO4ASIA team held another fruitful online meeting!

Lao and Vietnamese high education institutions shared how they currently develop short courses, sparking a lively and insightful discussion with EU partners.

This exchange is key to strengthening our joint efforts in improving micro-credential development in Laos and Vietnam.

#MICRO4ASIA #ErasmusPlus #HigherEducation #Microcredentials #InternationalCollaboration #CapacityBuilding

ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ