bankinginstitute@bibol.edu.la

(+856-21) 770 916

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ E-BOOK ລະຫວ່າງ ສະຖາບັນການທະນາຄານ ແລະ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ E-BOOK ລະຫວ່າງ ສະຖາບັນການທະນາຄານ ແລະ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກ

     ໃນຕອນບ່າຍເວລາ 15:00 ໂມງ ຂອງວັນທີ 28 ສິງຫາ 2017 ທີ່ສະຖາບັນການທະນາຄານ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການສ້າງປຶ້ມແບບເອເລັກໂຕຼນິກ (E-BOOK) ລະຫວ່າງສະຖາບັນການທະນາຄານ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກ, ໃຫ້ກຽດລົງນາມໃນພິທີແມ່ນ ທ່ານ ນ. ດວງດີ ພິມວົງສາ ຫົວໜ້າສະຖາບັນການທະນາຄານ ແລະ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກ, ໂດຍມີຜູ້ເຂົ້າຮ່ວມເປັນສັກຂີພະຍານຈາກກົມແຜນການ ແລະການຮ່ວມມື, ຫ້ອງການ, ກົມກວດກາ ຂອງສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກ, ບັນດາແຂກມາຈາກກົມຈັດຕັ້ງ-ພະນັກງານ, ຫ້ອງການ, ກົມກວດກາ ທີ່ມາຈາກທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ ແລະ ພະນັກງານຂອງທັງສອງຝ່າຍກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້.

     ຈຸດປະສົງໃນການຮ່ວມມືຄັ້ງນີ້ກໍ່ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໃນນັ້ນທິດທາງໜ້າທີ່ຕົ້ນຕໍຂອງພັກກໍ່ເນັ້ນໃສ່ “ການພັດທະນາຊັບພະຍາກອນມະນຸດແມ່ນປັດໄຈຕັດສິນການພັດທະນາຂອງປະເທດຊາດໃນໄລຍະໃໝ່” ຕິດພັນກັບວຽກງານການສຶກສາ, ການບໍລິການແຫຼ່ງຂໍ້ມູນຂ່າວສານກໍ່ເປັນວຽກງານທີ່ສຳຄັນເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໂດຍສະເພາະການຄົ້ນຄວ້າວິໄຈ, ການສຶກສາທົ່ວໄປຢູ່ບັນດາມະຫາວິທະຍາໄລ ແລະສະຖາບັນການສຶກສາຕ່າງໆ. ໃນນັ້ນວຽກງານຫ້ອງສະໝຸດກໍ່ແມ່ນວຽກງານໜຶ່ງທີ່ເປັນບ່ອນສະໜອງຂໍ້ມູນຂ່າວສານໃຫ້ນັກສຶກສາ, ການສ້າງປຶ້ມ E-Book ແມ່ນມີຜົນປະໂຫຍດຫລາຍເຊັ່ນ: ສາມາດເຂົ້າເຖິງແຫຼ່ງຂໍ້ມູນໄດ້ທຸກສະຖານທີ່, ສະດວກໃນການຄຸ້ມຄອງ ແລະເກັບຮັກສາປຶ້ມ, ຫຼຸດຜ່ອນລາຍຈ່າຍໃນຂອດບຳລຸງຮັກສາປຶ້ມ ແລະປະຢັດເນື້ອທີ່ໃນການເກັບມ້ຽນ.

     ດ້ວຍເຫດນີ້ການເຊັນ MOU ການຮ່ວມມືກັນກໍ່ເປັນເຫດການໜຶ່ງທີ່ສຳຄັນລະຫວ່າງ 2 ສະຖາບັນທີ່ເປັນການລິເລີ່ມການຮ່ວມມືຢ່າງເປັນທາງການ ແລະຈະສ້າງຄວາມເຂັ້ມແຂງທາງດ້ານວິຊາການໂດຍສະເພາະແມ່ນການພັດທະນາລະບົບການໃຫ້ບໍລິການຂອງຫໍສະໝຸດສະຖາບັນການທະນາຄານ ດ້ວຍລະບົບທັນສະໄໝຊ່ວຍໃຫ້ການປະຕິບັດວຽກງານບໍລິການມີຄວາມສະດວກ, ທັນສະພາບການ ແລະໃກ້ຄຽງກັບບັນດາປະເທດເພື່ອນບ້ານໃນກຸ່ມອາຊຽນ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ