bankinginstitute@bibol.edu.la

(+856-21) 770 916

ຝຶກອົບຮົມ ຫົວຂໍ້ “ ເຕັກນິກ, ວິທີການ ແລະຂັ້ນຕອນວິເຄາະຊັບສິນຂອງລູກຄ້າກ່ອນປ່ອຍສິນເຊື່ອ ”

  ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ  ຫົວຂໍ້ “ ເຕັກນິກ, ວິທີ​ການ ​ແລະ​ຂັ້ນ​ຕອນ​ວິເຄາະຊັບ​ສິນ​ຂອງ​ລູກ​ຄ້າ​ກ່ອນ​ປ່ອຍ​ສິນ​ເຊື່ອ ” ໃຫ້ແກ່ພະນັກງານ ທີ່ມາຈາກບັນດາທະນາຄານທຸລະກິດ, ສະ​ຖາ​ບັນ​ການ​ເງິນຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ-ອາຈານ ສທຄ ໃນວັນທີ 18-22 ມິຖຸນາ 2018  ເຊິ່ງບັນຍາຍໂດຍ ທ່ານ ອາຈານ ສົມເດັດ ເຊຕຸພົນ ຜູ້ທີ່ມີປະສົບການທາງດ້ານການປ່ອຍສິນເຊື່ອເພື່ອທຸລະກິດ SMEs SEAB.Co.,Ltd. (ປະເທດໄທ) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27 ຄົນ ຍິງ 4 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ກ່ຽວກັບຫຼັກການທີ່ໃຊ້ໃນການວິເຄາະ ແລະບໍລິຫານຄວາມສ່ຽງໃນການປ່ອຍສິນເຊື່ອ, ການວິເຄາະເອກະສານລາຍງານທາງການເງິນ, ຂໍ້ມູນຕ່າງໆທີ່ກ່ຽວກັບສິນເຊື່ອ ເຊິ່ງນຳໄປສູ່ການພັດທະນາ ສິນເຊື່ອຂອງທະນາຄານທຸລະກິດໃນປະຈຸບັນ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ