bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຈັດຝຶກອົບຮົມຫົວຂໍ້ “ການວິເຄາະລາຍງານທາງການເງິນກ່ອນປ່ອຍສິນເຊື່ອ”

  ສະ​ຖາ​ບັນ​ການ​ທະນາຄານ​ໄດ້​ສໍາ​ເລັດ​ການຈັດ​ຊຸດ​ຝຶກ​ອົບຮົມ​ໄລຍະ​ສັ້ນ​ຫົວ​ຂໍ້: “ການວິ​ເຄາະ​ລາຍ​ງານ​ທາງ​ການ​ເງິນກ່ອນປ່ອຍສິນເຊື່ອ” ໃຫ້​ກັບ​ບັນດາ​ທະນາຄານ​ທຸລະ​ກິດ​ລັດ, ​ເອກະ​ຊົນ, ສະ​ຖາ​ບັນ​ການ​ເງິນ, ຄູ​ອາຈານ ສທຄ ​ແລະ ບໍລິສັດ​ມະຫາຊົນ, ບັນຍາຍ​ໂດຍ​ ທ່ານ ປທ. ຄອນ​ສະຫວັນ ສຸດາຣົດ, ທ່ານ ປທ ອານັນທະລາ ນະຄຽງຈັນ ແລະ ທ່ານ ປທ ແກ້ວອຸດອນ ແກ້ວເທພາ ​ເຊິ່ງ​ເປັນ​ນັກ​ວິທະຍາກອນ​ທີ່​ມີ​ປະສົບ​ການຫຼາຍປີ, ມີ​ນັກ​ສໍາ​ມະ​ນາກ​ອນ​ເຂົ້າ​ຮ່ວມ​ທັງໝົດ 37 ທ່ານ, ຍິງ 16 ທ່ານ, ຜ່ານ​ການ​ຝຶກ​ອົບຮົມ​ໄລຍະ​ເວລາ 5 ວັນ. ນັກ​ສໍາ​ມະ​ນາກ​ອນ​ໄດ້​ຮຽນ​ທິດ​ສະ​ດີກ່ຽວກັບ​ພາບ​ລວມຂອງ​ເອກະສານ​ລາຍ​ງານ​ທາງ​ດ້ານ​ການ​ເງິນ ​ແລະ ບົດ​ລາຍ​ງານ​ປະ​ຈໍາປີ, ນອກ​ນັ້ນ​ນັກ​ສໍາ​ມະ​ນາກ​ອນຍັງ​ປະຕິບັດ​ຕົວ​ຈິງ​ກ່ຽວກັບ​ການ​ວິ​ເຄາະ​ເອກະສານ​ທີ່​ເປັນ​ອົງ​ປະກອບຫຼັກໆຂອງ​ເອກະສານ​ລາຍ​ງານ​ທາງ​ການ​ເງິນ​ເຊັ່ນ​: ​ຫຼັກການ ແລະ ເຄື່ອງມືວິເຄາະລາຍງານທາງການເງິນ, ວິເຄາະທຸລະກິດເພື່ອການລົງທຶນທີ່ວັດແທກຈາກກະແສເງິນສົດ, ການນໍາໃຊ້ແບບຈໍາລອງເຂົ້າໃນການວິເຄາະທຸລະກິດຂອງລູກຄ້າກ່ອນປ່ອຍສິນເຊື່ອ ແລະ ການນໍາໃຊ້ຫຼັກການວິເຄາະລາຍງານທາງການເງິນເຂົ້າໃນການລົງທຶນໃນຫຸ້ນ. ພາຍຫຼັງສໍາ​ເລັດ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ຫວັງ​ວ່າ​ນັກ​ສໍາ​ມະ​ນາກ​ອນຈະ​ນໍາ​ເອົາ​ຄວາມ​ຮູ້​ທີ່​ໄດ້​ຮຽນມາ​ໄປ​ໝຸນ​ໃຊ້​ເຂົ້າ​ໃນ​ວຽກງານ​​ຢູ່​ພາຍ​ໃນ​ອົງ​ກອນ​ໃຫ້​ມີ​ປະສິດທິພາບຫຼາຍຂື້ນ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ