bankinginstitute@bibol.edu.la

(+856-21) 770 916

ພິທີຖະແຫຼງຂ່າວ ການນຳໃຊ້ ລະບົບເອເລັກໂຕຣນິກ ເພື່ອຮັບໃຊ້ວຽກງານການຮຽນ - ການສອນ ຂອງ ສທຄ

ເນື່ອງໃນໂອກາດ ວັນສ້າງຕັ້ງ ສະຖາບັນການທະນາຄານ ຄົບຮອບ 43 ປີ (5/01/1979-5/01/2022) ແລະ ປີໃໝ່ 2022 ນີ້ ຂ້າພະເຈົ້າໃນນາມຕາງໜ້າ ຄະນະນໍາ ແລະ ພະນັກງານ ຂອງສະຖາບັນການທະນາຄານ  ຂໍອວຍພອນໄຊອັນປະເສີດ ການນໍາພັກ-ລັດ ແລະ ຄະນະນໍາ ພ້ອມດ້ວຍພະນັກງານໃນຂະແໜງການທະນາຄານ ຈົ່ງມີແຕ່ພະລານາໄມສົມບູນ, ມີຄວາມສຸກໃນຊີວິຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ການເມືອງອັນມີກຽດສະຫງາ ຂອງທ່ານ;

ດ້ວຍ  ວິໄສທັດ “ພັດທະນາສະຖາບັນການທະນາຄານ ໃຫ້ເປັນສະຖາບັນການສຶກສາທີ່ມີຄຸນະພາບ ທາງດ້ານກາານເງິນ-ການທະນາຄານ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນ”  ແລະ ພາລະກິດ “ ສະຖາບັນການທະນາຄານ ນໍາໃຊ້ວິທະຍາສາດການສຶກສາ ແລະ ເຕັກໂນໂລຊີທີ່ກ້າວໜ້າ ເພື່ອສ້າງ ແລະ ຍົກລະດັບບຸກຄະລາກອນ ດ້ານການເງິນ-ການທະນາຄານ ໃຫ້ມີຄຸນນະພາບອອກຮັບໃຊ້ສັງຄົມ” ໄປຕາມ ຄໍາຂັວນ "ເສີມສ້າງຄວາມຮູ້ ເຊີດຊູຄວາມສາມາດ ມາລະຍາດອ່ອນນ້ອມ ພຽບພ້ອມຈັນຍາບັນ"

ສະນັ້ນ, ຕະຫຼອດໄລຍະ 43 ປີຜ່ານມາ ສະຖາບັນການທະນາຄານ ຈື່ງບໍ່ຢຸດທີ່ຈະພັດທະນາ ແລະ ໄດ້ມີບາດກ້າວແຫ່ງການພັດທະນາ ໃນແຕ່ລະໄລຍະ ນັບແຕ່ ເປັນ ໂຮງຮຽນທະນາຄານ(1979-1995), ສູນຝຶກວິຊາການທະນາຄານ (1995-2001), ວິທະຍາໄລການທະນາຄານ (2001-2004) ແລະ ສະຖາບັນການທະນາຄານ (2005-ຮອດປະຈຸບັນ) 

ໂດຍສະເພະໄລຍະເກີດພະຍາດລະບາດ Covid-19  ສະຖາບັນການທະນາຄານ ໄດ້ພັດທະນາ ແລະ ນໍາໃຊ້ລະບົບເຕັກໂນໂລຊີ້ຂໍ້ມູນຂ່າວສານທີ່ທັນສະໄໝ ເຂົ້າມາຮັບໃຊ້ວຽກງານການຄຸ້ມຄອງ-ບໍລິຫານ, ການຮຽນ-ການສອນ ແລະ ວຽກງານວິຊາສະເພາະຂອງຕົນ ທັງພັດທະນາເອງ, ໃຊ້ບໍລິການຈາກພາຍນອກ ແລະ ລະບົບທີ່ມີທົ່ວໄປ  ເຊັ່ນ: ລະບົບຄຸ້ມຄອງການສືກສາ, ລະບົບເວບໄຊທ໌ bibol.edu.la, ລະບົບ Schoology, Zoom, Google meet, ລະບົບໂຊຊຽນເນັດເວີກ ແລະອື່ນໆ;

ພິເສດໃນປີ 2021 ຜ່ານມານີ້ ສະຖາບັນການທະນາຄານ ໄດ້ສຳເລັດການພັດທະນາລະບົບແອັບ ສທຄ ຫຼື BIBOL App ເພື່ອເປັນຊ່ອງທາງຫຼັກໃນການສື່ສານ ແລະ ຄຸ້ມຄອງນັກສຶກສາ   ຜ່ານລະບົບໂທລະສັບມືຖື-ອຸປະກອນ ເອເລັກໂຕຣນີກ ດ້ວຍຄວາມສາມາດລະບົບໃນການສະໜອງບັນຂໍ້ມູນກ່ຽວກັບ ສທຄ, ບັນດາເອກະສານ, ຕໍາລາຮຽນ ຫຼື E-Book, ລະບົບການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ຫຼື E-Learning ແກ່ນັກສຶກສາ ແລະ ບຸກຄົນທົ່ວໄປ  ແລະ ພວກເຮົາຈະສຶບຕໍ່ພັດທະນາລະບົບດັ່ງກ່າວນີ້ໃຫ້ມີສາມາດຫຼາກຫຼາຍ ແລະ ສາມາດເຊື່ອມຕໍ່ ກັບ ບັນດາລະບົບຊໍາລະຂອງບັນດາທະນາຄານທຸລະກິດ, ບໍລະສັດເທເລຄອມ ແລະ ອົງການຈັດຕັ້ງອື່ນ ທີ່ ໄດ້ຮັບອະນຸຍາດ ຈາກ ທະນາຄານ ແຫ່ງ ສປປ ລາວ.

ເນື່ອງໃນໂອກາດອັນມີຄວາມໝາຍນີ້  ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ບັນດາທ່ານພະນັກງານຂະແໜງການທະນາຄານ, ນັກຮຽນນັກສຶກສາ ແລະ ບຸກຄົນທົ່ວໄປ ຈະໄດ້ຮັບຂໍ້ມູນ, ສະໜັບສະໜູນ ແລະ ເຂົ້າຮ່ວມ ກັບ ສະຖາບັນການ ທີ່ ສທຄ ໄດ້ສະໜອງຂໍ້ມູນຄວາມຮູ້ຜ່ານລະບົບເອເລັກໂຕຣນິກດ້ວຍ ແລະ ຖືໂອກາດນີ້ ຂໍສົ່ງຂ່າວເຖິງທຸກໆພາກສ່ວນໃນສັງຄົມໄດ້ຮັບຊາບ ຢ່າງເປັນທາງການວ່າ ສະຖາບັນການທະນາຄານ ເປີດການນໍາໃຊ້ລະບົບ ແອັບພິເຄເຊີນ ສະຖາບັນການທະນາຄານ ຫຼື BIBOL App ຢ່າງເປັນທາງການ ນັບແຕ່ວິນາທີນີ້ເປັນຕົ້ນໄປ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ