bankinginstitute@bibol.edu.la (+856-21) 770 917
April 28, 2025 - ໂດຍ ແອັດມິນ

ກອງປະຊຸມອອນລາຍ ຄັ້ງທີ 02 ຂອງກຸ່ມເຮັດວຽກການວິເຄາະຊ່ອງວ່າງຄວາມອາດສາມາດຂອງ Microcredentials (Microcredentials Capacity Gap Analysis Working Group)

ໃນວັນທີ 24 ເມສາ 2025, ທີມງານຂອງ MICRO4ASIA ພາຍໃຕ້ໂຄງການ Erasmus+ ໄດ້ຈັດກອງປະຊຸມອອນໄລນ໌ຂຶ້ນອີກຄັ້ງ ເພື່ອຕິດຕາມຄວາມຄືບໜ້າ ແລະ ນໍາສະເໜີຫຼັກສູດຝຶກອົບຮົມໄລຍະສັ້ນຂອງ ບັນດາສະຖາບັນການສຶກສາຊັ້ນສູງໃນ ສປປ ລາວ (ລວມມີ ສທຄ) ແລະ ສສ ຫວຽດນາມ.

ບັນດາສະຖາບັນການສຶກສາຊັ້ນສູງຂອງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ແບ່ງປັນວິທີການພັດທະນາຫຼັກສູດໄລຍະສັ້ນຂອງຕົນ. ໃນກອງປະຊຸມໄດ້ມີການປຶກສາຫາລືກັນຢ່າງຝົດຟື້ນ ລະຫວ່າງບັນດາຜູ້ເຂົ້າຮ່ວມທັງໝົດ ລວມທັງຜູ້ເຂົ້າຮ່ວມຈາກບັນດາປະເທດໃນເອີຣົບ.

ການ​ແລກປ່ຽນ​ຄັ້ງ​ນີ້ເປັນບາດກ້າວສໍາຄັນ ເພື່ອ​ເພີ່ມ​ທະວີ​ຄວາມ​ພະຍາຍາມ ຂອງ​ພວກ​ເຮົາ​ໃນ​ການ​ປັບປຸງ​ການ​ພັດທະນາ ໃບຢັ້ງຢືນຈຸລະພາກ (Micro-Credential) ​ໃນ ສປປ ​ລາວ ​ແລະ ສສ ຫວຽດນາມ.

 

 

On 24th April 2025, the MICRO4ASIA team held another fruitful online meeting.

Lao and Vietnamese high education institutions shared how they currently develop short courses, sparking a lively and insightful discussion with EU partners.

This exchange is key to strengthening our joint efforts in improving micro-credential development in Laos and Vietnam.