1. ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາໂທ
ສາຂາ: ການຕະຫຼາດ
ພາສາອັງກິດ: Master of Marketing Program
2. ຊື່ປະກາສະນິຍະບັດ
ພາສາລາວ: ປະກາສະນິຍະບັດປະລິນຍາໂທ
ສາຂາ: ການຕະຫຼາດ
ພາສາອັງກິດ: Master of Marketing
3. ໜ່ວຍງານຮັບຜິດຊອບ
ພາກວິຊາການເງິນ ເບີໂທຕິດຕໍ່: 856- 021770916, ແຟັກ: 856 - 770967
4. ປັດຊະຍາ
ເພື່ອສ້າງໃຫ້ນັກສຶກສາມີທັກສະ ແລະ ຄວາມຮູ້ຢ່າງເລິກເຊິ່ງ ທາງດ້ານການຕະຫຼາດ ໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ, ເພື່ອສ້າງໃຫ້ກາຍເປັນນັກວິຊາການທີ່ເຂັ້ມແຂງທາງດ້ານຫຼັກການວິຊາການ, ສາມາດ ເປັນນັກການຕະຫຼາດ ທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ເພື່ອສ້າງໃຫ້ສາມາດໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມານໍາໃຊ້ໃນວຽກງານວິຊາສະເພາະ ເປັນຕົ້ນແມ່ນການວິເຄາະຂໍ້ມູນ, ອະທິບາຍຜົນ, ສະຫຼຸບ ແລະ ສາມາດນໍາເອົາໄປເປັນຂໍ້ສະເໜີທາງດ້ານວິຊາການໄດ້.
5. ຈຸດປະສົງ
1) ສ້າງນັກສຶກສາ ປະລິນຍາໂທ ສາຂາ ການຕະຫຼາດ ໃຫ້ໄປຕາມແນວທາງຂອງກະຊວງສຶກສາທິການ ແລະ ກິລາ ໂດຍສອດຄ່ອງຕາມເນື້ອໃນຂອງ 3 ລັກສະນະ ແລະ 5 ຫຼັກມູນການສຶກສາແຫ່ງຊາດ ໃຫ້ມີຄຸນນະທຳ, ຈະລິຍະທຳ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບໃນການພັດທະນາອົງກອນບໍ່ວ່າຈະປະກອບອາຊີບໃນພາກລັດ ຫຼື ເອກະຊົນ ລວມທັງເປັນຜູ້ປະກອບທຸລະກິດທີ່ດີໃນສັງຄົມໄດ້.
2) ສ້າງນັກສຶກສາລະດັບປະລິນຍາໂທ ຕ້ອງມີຄວາມຮູ້ພຶ້ນຖານທາງດ້ານທິດສະດີ, ຫຼັກການວິຊາການ, ມີທັກສະທາງດ້ານການຕະຫຼາດມີວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງໃນສາຂາວິຊາສະເພາະຢ່າງເປັນລະບົບ ຊຶ່ງສາມາດນໍາໃຊ້ເຂົ້າໃນການປະຕິບັດຕົວຈິງ ແລະ ມີຄວາມສາມາດເຮັດວຽກການຄົ້ນຄ້ວາວິທະຍາສາດໃນລະດັບຂັ້ນພຶ້ນຖານໄດ້.
3) ນັກສຶກສາທີ່ຈົບຈາກສາຂາຫຼັກສູດນີ້ ສາມາດນໍາໃຊ້ເທັກໂນໂລຊີເຂົ້າໃນວິຊາສະເພາະທາງດ້ານຕະຫຼາດ ໃນການວິເຄາະຂໍ້ມູນດ້ານຕ່າງໆ ເພື່ອນໍາຜົນການວິເຄາະມາອະທິບາຍ ແລະ ສາມາດສະເໜີແນະໄດ້. ນອກຈາກຈາກນັ້ນຍັງສາມາດ ຍົກລະດັບການສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງໃນລະດັບທີ່ສູງກວ່າ ທັງພາຍໃນ ແລະ ຕ່າງປະເທດໄດ້.
6. ຄາດຫມາຍຜົນການຮຽນ
Ø ດ້ານຄວາມຮູ້: ຜູ້ຮຽນຈະມີຄວາມຮູ້ທາງດ້ານການຕະຫຼາດ ໃນລະດັບທິດສະດີ ແລະ ການປະຍຸກໃຊ້ ເຊັ່ນ: ພຶດຕິກໍາຜູ້ບໍລິໂພກ, ຍຸດທະສາດທາງການຕະຫຼາດ, ການວິໄຈຕະຫຼາດ, ການຕະຫຼາດດິຈິຕອນ, ແລະ ທ່ອ່ຽງການຕະຫຼາດລະດັບໂລກ ລວມເຖິງສາມາດວິເຄາະສະຖານະການທາງທຸລະກິດ ເພື່ອກໍານົດຍຸດທະສາດການຕະຫຼາດຢ່າງມີປະສິດທິພາບ.
Ø ດ້ານທັກສະ: ຜູ້ຮຽນຈະພັດທະນາທັກສະການວິເຄາະຂໍ້ມູນທາງການຕະຫຼາດ, ທັກສະການຄິດແບບຍຸດທະສາດ, ການສື່ສານທາງທຸລະກິດ, ການວາງແຜນການຕະຫຼາດ ແລະ ການບໍລິຫານໂຄງການ ລວມທັງສາມາດໃນການນໍາໃຊ້ເຄື່ອງມື ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງເຊັ່ນ: ຊັອບແວວິເຄາະຂໍ້ມູນ, ແລະ ແພລັດຟອມດິຈິຕອນຕ່າງໆ.
Ø ດ້ານການນໍາໃຊ້: ຜູ້ຮຽນຈະສາມາດປະຍຸກຄວາມຮູ້ ແລະ ທັກສະ ໄປໃຊ້ໃນສະຖານະການຕົວຈິງຂອງອົງກອນ ບໍ່ວ່າຈະເປັນ ການວາງແຜນການຕະຫຼາດ, ການພັດທະນາຜະລິດຕະພັນ ການບໍລິຫານຍີ່ຫໍ້ ຫຼື ການດໍາເນີນກິດຈະກໍາທາງການຕະຫຼາດແບບຄົບວົົງຈອນ ທັງໃນທຸລະກິດທ້ອງຖິ່ນ ແລະ ລະດັບນານາຊາດ.
Ø ດ້ານທັກສະທາງສັງຄົມ: ຜູ້ຮຽນຈະສາມາດເຮັດວຽກຮ່ວມກັນກັບຜູ້ອື່ນໄດ້ຢ່າງມີປະສິດທິພາບ, ມີພາວະຄວາມເປັນຜູ້ນໍາ, ເຂົ້າໃຈຄວາມຫຼາກຫຼາຍທາງວັດທະນະທໍາ, ມີຈັນຍາບັນທາງທຸລະກິດ ແລະ ສາມາດສື່ສານຢ່າງ
ເໝາະສົມ ທັງພາຍໃນອົງກອນ ແລະ ກັບບຸກຄົນພາຍນອກ.
7. ເງື່ອນໄຂ ຂອງ ຜູ້ເຂົ້າສຶກສາ
ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ
ທີ່ທາງສະຖາບັນການທະນາຄານວາງອອກ ຄື:
- ສໍາລັບນັກສຶກສາ ທີ່ສໍາເລັດລະດັບປະລິນຍາຕີ ໃນສົກຮຽນທີ່ກໍາລັງຈະເປີດ ແມ່ນຕ້ອງຮຽນຈົບ ໃນສາຂາວິຊາ: ການຕະຫຼາດ, ບໍລິຫານທຸລະກິດ, ການເງິນ, ການທະນາຄານ ແລະ ສາຂາທີ່ກ່ຽວຂ້ອງ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ.
- ສຳລັບ ພະນັກງານທັງພາກລັດ ຫຼື ເອກະຊົນ ແລະ ບັນດາພາກສ່ວນອື່ນ ທີ່ຈົບປະລິນຍາຕີ ແຕ່ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ.
- ສໍາລັບນັກສຶກສາທີ່ສຳເລັດການສຶກສາ ໃນລະດັບປະລິນຍາຕີ ໃນສາຂາວິຊາອື່ນໆນັ້ນ ຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນຂອງ ສາຂາ ການຕະຫຼາດ ໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດ.
8. ການຈັດຕັ້ງການຮຽນ-ການສອນ
ຫຼັກສູດປະລິນຍາໂທບໍລິຫານທຸລະກິດ ສາຂາ ການຕະຫຼາດ ເປັນຫຼັກສູດເປີດການຮຽນ-ການສອນເຕັມເວລາ 7-8 ຊົ່ວ ໂມງຕໍ່ມື້ ໃນວັນເສົາ ແລະ ວັນອາທິດ ແມ່ນເລີ່ມແຕ່ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ.
ນອກຈາກການຈັດຕັ້ງການຮຽນການສອນທິດສະດີໃນຫ້ອງຮຽນແລ້ວ ຫຼັກສູດນີ້ຍັງມີຄວາມຈຳເປັນຄຽງຄູ່ກັບການຈັດກິດຈະກຳໄປທັດສະນະສຶກສາທັງພາຍໃນ ຫຼື ຕ່າງປະເທດຢ່າງໜ້ອຍໜຶ່ງຄັ້ງຕໍ່ໜຶ່ງຊຸດຮຽນ ເພື່ອໃຫ້ຜູ້ສຶກສາໄດ້ເຂົ້າໃຈທັງພາກທິດສະດີ ແລະ ພາກຕົວຈິງໃຫ້ເລິກເຊິ່ງຕື່ມອີກ.
9. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາໂທບໍລິຫານທຸລະກິດ ສາຂາ ການຕະຫຼາດ ເປັນຫຼັກສູດໃຊ້ເວລາຮຽນ 2 ປີ, ຊຶ່ງແບ່ງອອກເປັນ
4 ພາກຮຽນ ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດ 1 ປີ
(2 ພາກຮຽນ).
10. ເນື້ອໃນໂຄງສ້າງຂອງຫຼັກສູດ
10.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ແບ່ງອອກເປັນ 3 ໝວດວິຊາ ດັ່ງນີ້:
1) ໝວດວິຊາບັງຄັບ: 27 ໜ່ວຍກິດ
2) ວິທະຍານິພົນ: 14 ໜ່ວຍກິດ
3) ໝວດວິຊາເລືອກ: 4 ໜ່ວຍກິດ
ລວມໜ່ວຍກິດທັງໝົດແມ່ນ 45 ໜ່ວຍກິດ
10.2 ການຈັດແບ່ງລາຍວິຊາຮຽນ ໃນແຕ່ລະໝວດວິຊາ
1) ໝວດວິຊາບັງຄັບ
ໜວດວິຊາບັງຄັບໃນຫຼັກສູດປະລິນຍາໂທບໍລິຫານທຸລະກິດ ສາຂາ ການຕະຫຼາດປະກອບມີ 30 ໜ່ວຍກິດຄື:
ກ. ໝວດວິຊາພື້ນຖານວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
1 |
MLP101 |
ແນວທາງການເມືອງຂອງ ສປປ ລາວ
(Lao Political Ideology) |
|
ລວມ |
||
ຂ. ໝວດວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
2 |
MRB102 |
ວິທີການວິໄຈທາງທຸລະກິດ (Research Methodology
in Business) |
|
3 |
MMS 103 |
ຍຸດທະສາດການຕະຫຼາດ (Marketing Strategy) |
|
4 |
MCB 104 |
ພຶດຕິກໍາຜູ້ບໍລິໂພກ (Consumer Behavior) |
|
5 |
MFM105 |
ບໍລິຫານການເງິນ (Financial Management) |
|
6 |
MAM 106 |
ການບໍລິຫານການຕະຫຼາດຂັ້ນສູງ (Advanced Marketing Management) |
|
7 |
MDD 107 |
ການຕະຫຼາດດິຈິຕ້ອນ ແລະ ການວິເຄາະຂໍ້ມູນ (Digital Marketing and Data
Analysis) |
|
8 |
MBE 108 |
ເສດຖະສາດທຸລະກິດ (Business Economics) |
|
9 |
MGM 109 |
ການຕະຫຼາດລະດັບໂລກ (Global Marketing) |
|
10 |
MBE 110 |
ຈັນຍາບັນທາງທຸລະກິດ (Business Ethics) |
|
11 |
MSE 111 |
ສຳມະນາ (Seminar) |
|
ລວມ |
||
2) ໝວດຄົ້ນຄວ້າ ແລະ ວິທະຍານິພົນ (Thesis)
|
ລ/ດ |
ລະຫັດວິຊາ |
ວິຊາ |
|
12 |
MTH 213 |
ບົດວິທະຍານິພົນ (Thesis) |
|
ລວມ |
||
3) ໝວດວິຊາເລືອກ
ຜູ້ທີ່ສຶກສາໃນຫຼັກສູດການຕະຫຼາດນີ້ ນອກຈາກຮຽນໃນວິຊາບັງຄັບ ແລະ ໝວດວິຊາສະເພາະແລ້ວ ນັກສຶກສາຍັງສາມາດເລືອກຮຽນໃນໝວດວິຊາເລືອກຈຳນວນ 4 ໜ່ວຍກິດ.
|
ລ/ດ |
ລະຫັດວິຊາ |
ຊື່ວິຊາ |
|
13 |
MBM 301 |
ການຕະຫຼາດທະນາຄານ (Banking Marketing) |
|
14 |
MHR 302 |
ການບໍລິຫານຊັບພະຍາກອນມະນຸດ (Human Resource Management) |
|
15 |
MAM 303 |
ການບັນຊີບໍລິຫານ (Accounting
Management) |
|
16 |
MSM 304 |
ການບໍລິຫານບໍລິການ (Service Management) |
|
17 |
MME 305 |
ພາສາອັງກິດສໍາຫຼັບການຕະຫຼາດ (English for
Marketing) |
|
ລວມ |
||
ເພີ່ມຄວາມຄິດເຫັນໃໝ່