bankinginstitute@bibol.edu.la

(+856-21) 770 916

ພິທີເປີດ ນຳໃຊ້ ທະນາຄານຈຳລອງ ຂອງສະຖາບັນການທະນາຄານ

ໃນຕອນເຊົ້າ ຂອງວັນທີ 7/01/2012 ສະຖາບັນ ການທະນາຄານ ໄດ້ຈັດພິທີເປີດນຳໃຊ້ ທະນາຄານຈຳລອງ ຢ່າງເປັນທາງການ ເຊິ່ງໃນງານຄັ້ງນີ້ ໄດ້ຮັບກຽດເປັນປະທານເປີດພິທີ ໂດຍທ່ານ ນາງ ຄຳພາ ປານມະໄລທອງ, ຫົວໜ້າສະຖາບັນການທະນາຄານ ແລະ ໄດ້ຮັບຝັງການຂຶ້ນລາຍງານ ຈາກທ່ານ ວົງພະຈັນ ແສງສຸວັນ, ຮອງຫົວໜ້າ ສະຖາບັນການ ທະນາຄານ ແລະ ຊຶ່ງທັງເປັນຫົວໜ້າ ຄະນະຮັບຜິດຊອບ ສ້າງຕັ້ງທະນາຄານ ຈຳລອງ ໃນຄັ້ງນີ້ ເຊິ່ງໃນນັ້ນມີຜູ້ເຂົ້າຮ່ວມປະມານ 50 ຄົນ ທັງບັນດາພະນັກງານພາຍໃນ ແລະ ບັນດາແຂກທີ່ຖືກເຊີນ ຕ່າງໆ.

ເຊິ່ງຈຸດປະສົງ ໃນການສ້າງ ທະນາຄານ ຈຳລອງແຫ່ງນີ້ຂຶ້ນມາ ກໍ່ເພື່ອເປັນສະຖານທີ່ໃຫ້ບັນດານັກ ສຶກສາ ສະຖາບັນການທະນາຄານ ໄດ້ລົງປະຕິບັດຕົວຈິງ ໃນວຽກງານທະນາຄານ ພາຍຫລັງທີ່ໄດ້ຮຽນຈົບ ຫລັກສູດແລ້ວ ແລະ ພ້ອມກັນນັ້ນ ກໍ່ເປັນສະຖານທີ່ ໃຫ້ບັນດາພາກສ່ວນຕ່າງໆ ທີ່ມີຄວາມສົນໃຈດ້ານ ວຽກງານທະນາຄານເຂົ້າມາ ສຶກສາຫາຄວາມຮູ້ດ້ານວຽກງານທະນາຄານເປັນຢ່າງດີ.



ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ