bankinginstitute@bibol.edu.la

(+856-21) 770 916

ປະຫວັດຄວາມເປັນມາ

I. ການກຳເນີດ.

ສະຖາບັນການທະນາຄານ ໄດ້ຮັບການ​ສ້າງ​ຕັ້ງຂຶ້ນ​ໃນ​ວັນ​ທີ 05 ມັງ​ກອນ ປີ1979, ເຊິ່ງຕັ້ງ​ຢູ່ບ້ານ​ຕານ​ມີ​ໄຊ, ເມືອງ​ໄຊ​ທາ​ນີ, ​ນະ​ຄອນຫລວງ​ວຽງ​ຈັນ, ຕັ້ງ​ຢູ່​ຫ່າງ​ໄກ​ຈາກ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ປະ​ມານ 10 ກິ​ໂລ​ແມັດ, ນໍາ​ໃຊ້​ເປັນ​ສະ​ຖານ​ທີ່​​ກໍ່​ສ້າງວິ​ຊາ​ການ​ທະ​ນາ​ຄານ, ບຳ​ລຸງ​ຍົກ​ລະ​ດັບ​ວິ​ຊາ​ສະ​ເພາະໃຫ້ພະ​ນັກ​ງານ​ທະ​ນາ​ຄານ ແລະ ບໍລິການ ເປີດກວ້າງແກ່ສັງຄົມ ເຊິ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງດັ່ງລາຍລະອຽດ ຕໍ່ໄປນີ້:

II. ຄະນະຮັບຜິດຊອບ ສທຄ ແຕ່ລະໄລຍະ.

ຄະນະຮັບຜິດຊອບຂອງສະຖາບັນການທະນາຄານໄດ້ມີການ ປັບບຸງ, ຊັບຊ້ອນ, ປ່ຽນແທນ ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ເຊີ່ງເຫັນໄດ້ວ່ານັບຕັ້ງແຕ່ມື້ສ້າງ ຕັ້ງມາຮອດປະຈຸບັນໄດ້ມີການຊັບປ່ຽນຄະນະຮັບຜິດຊອບຂອງໂຮງຮຽນມີທັງໝົດ 12 ຄັ້ງ ລາຍລະດຽດແຕ່ລະໄລຍະມີດັ່ງລຸ່ມນີ້:

ໄລ​ຍະ​ປີ 1979 –​ 1980

  1. ທ່ານ​ ມະ​ຫາ​ປານ​ ເຄນ​ສະ​ບັບ   ຜູ້ອຳ​ນວຍ​ການ​ໂຮງ​ຮຽນ
  2. ທ່ານ ໄຟ​ດາ ໄພ​ເພັງ​ຢົວ         ​ຮອງ​ອຳ​ນວຍ​ການໂຮງ​ຮຽນ
  3. ທ່ານ ບຸນ​ທີ ວິ​ມຸງ​ຄຸນ            ​ຄະ​ນະ​ອໍານວຍ​ການ

ໄລ​ຍະ​ປີ 1981 -​ 1985

  1. ທ່ານ ​ໄຟ​ດາ ໄພ​ເພັງ​ຢົວ, ຜູ້​ອຳ​ນວຍ​ການໂຮງ​ຮຽນ
  2. ທ່ານ ບຸນ​ທີ ວິ​ມຸງ​ຄຸນ, ຮອງ​ອຳ​ນວຍ​ການໂຮງ​ຮຽນ
  3. ຄະ​ນະ​ອໍານວຍ​ການ ປະ​ກອບ​ດ້ວຍ​ອາ​ຈານ​ສອນ 3 ທ່ານ ( ​ຈົບ​ມາ​ຈາກ ສ​ສ ຫວຽດ​ນາມ )
  1. ທ່ານ ຈັນ​ເພັງ
  2. ທ່ານ ນາງ ອຸ່ນ​ໃຈ
  3. ທ່ານ ຄຳ​ພອນ

ໄລ​ຍະ​ປີ 1986 -​ 1987  ບໍ່​ມີ​ການ​ເຄື່ອນ​ໄຫວດ້ານ​ການ​ຝຶກ​ອົບ​ຮົມ

  1. (ບໍ່​ມີ​ອຳ​ນວຍ​ການ)
  2. ທ່ານ ບຸນ​ທີ ວິ​ມຸງ​ຄຸນ ເປັນ​ຮອງ​ອຳ​ນວຍ​ການໂຮງ​ຮຽນ

ໄລ​ຍະ​ປີ 1987 -​ 1988 

  1. ທ່ານ ວຽງ​ທອງ ແກ້ວ​ມະ​ນີ​ສີ, ຜູ້​ອຳ​ນວຍ​ການໂຮງ​ຮຽນ
  2. ທ່ານ ບຸນ​ທີ ວິ​ມຸງ​ຄຸນ, ​ຮອງ​ອຳ​ນວຍ​ການໂຮງ​ຮຽນ

ໄລ​ຍະ 1988 –​ 1993

ໃນ​ໄລ​ຍະ​ນີ້ໂຮງ​ຮຽນ​ໄດ້​ຢຸດ​ການເຄື່ອນ​ໄຫວ​ດ້ານ​ການ​ຮຽນເປັນ​ການ​ຊົ່ວຄາວ, ໄດ້​ຈົ່ງ​ພະ​ນັກງານຈຳ​ນວນ​ໜຶ່ງ​ໄວ້​ເພື່ອ​ດູ​ແລ​ສູນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຂອງ​ໂຮງ​ຮຽນ

ໄລ​ຍະ​ປີ 1993 –​ 1995

  1. ທ່ານ ພອນ​ແກ້ວ ແກ້ວ​ວົງ​ວີ​ຈິດ, ຜູ້​ອຳ​ນວຍ​ການໂຮງ​ຮຽນ
  2. ທ່ານ ຄຳ​ເສີດ ມະ​ໂຫລີ, ​ຮອງ​ອຳ​ນວຍ​ການໂຮງ​ຮຽນ

ໄລ​ຍະ​ປີ 1995 -​ 1997 

ທ່ານ ຄຳ​ເສີດ ມະ​ໂຫລີ ຮັກ​ສາ​ການຜູ້​ອຳ​ນວຍ​ການສູນ​ຝຶກ​ອົບ​ຮົມປະ​ກອບ​ດ້ວຍ​ອາ​ຈານ​ສອນ 3 ທ່ານ:

  1. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ
  2. ທ່ານ ນາງ ກອງ​ແກ້ວ ຄຳ​ຕົ້ນ
  3. ທ່ານ ຄຳ​ຕຸ່ນ ຄຳ​ວົງ​ສາ

ໄລ​ຍະ​ປີ 1997 ຮອດ​ວັນ​ທີ 20 ກໍ​ລະ​ກົດ 1998 

  1. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ ຮັກ​ສາ​ການ​ແທນ​ຜູ້ອຳ​ນວຍ​ການ​ສູນ​ຝຶກ​ອົບ​ຮົມ ທັງເປັນ​ອາ​ຈານ​ສອນ​ດ້ານ​ການ​ບັນ​ຊີ
  2. ທ່ານ ນາງ ກອງ​ແກ້ວ ຄຳ​ຕົ້ນ ເປັນ​ຜູ້​ຊ່ວຍ​ວຽກ
  3. ທ່ານ ຄຳ​ຕຸ່ນ ຄຳ​ວົງ​ສາ ເປັນ​ອາ​ຈານ​ສອນ

ໄລ​ຍະ​ແຕ່​ເດືອນ​ກໍ​ລະ​ກົດ ປີ 1998 ຮອດ ເດືອນ​ມີ​ນາ ປີ 2000 

  1. ທ່ານ ພູ​ຫລວງ ອະ​ນຸ​ລັກ​ຄຳ, ຜູ້​ອຳ​ນວຍ​ການສູນ​ຝຶກ​ອົບ​ຮົມ ທັງເປັນອາຈານສອນ
  2. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ, ​ຮອງ​ອຳ​ນວຍ​ການ, ທັງ​ເປັນ​ອາ​ຈານ​ສອນ
  3. ທ່ານ ຄຳ​ຕຸ່ນ ຄຳ​ວົງ​ສາ ເປັນ​ອາ​ຈານ​ສອນ

ໄລ​ຍະ​ແຕ່ເດືອນ​ມີ​ນາ ປີ 2000 ຮອດທ້າຍ​ປີ 2001 

  1. ທ່ານ ນາງ ຄຳ​ພາ ປານ​ມະ​ໄລ​ທອງ, ​ວ່າ​ການ​ຜູ້​ອຳ​ນວຍ​ການສູນ​ຝຶກ​ອົບ​ຮົມ​
  2. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ, ​ຮອງ​ອຳ​ນວຍ​ການ, ທັງ​ເປັນ​ອາ​ຈານ​ສອນ.
  3. ທ່ານ ແສງ​ຈັນ ສິງ​ສະ​ຫວ່າງ ເປັນ​ອາ​ຈານ​ສອນ

ໄລ​ຍະ​ແຕ່ທ້າຍ​ປີ 2001-2004

  1. ທ່ານ ນາງ​ ຄຳ​ພາ ປານ​ມະ​ໄລ​ທອງ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ການ​ທະ​ນາ​ຄານ
  2. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ ຮອງຜູ້ອຳນວຍການ,ຮັບຜິດຊອບວຽກງານຄຸ້ມຄອງ ​ນັກ​ຮຽນ
  3. ທ່ານ ແສງ​ຈັນ ສິງ​ສະ​ຫວ່າງ, ຮອງ​ຜູ້​ອຳ​ນວຍ​ການ, ຮັບ​ຜິດ​ຊອບ​ວຽກ​ງານ​ວິ​ຊາ​ການ
  4. ມີ​ອາ​ສອນ​ໃນ​ວິ​ຊາ​ຕ່າງໆ​ຈຳ​ນວນ 15 ຄົນ (ລວມ​ທັງ​ຄະ​ນະ​ອຳ​ນວຍ​ການ 2 ທ່ານ)

ໄລ​ຍະ​ແຕ່ທ້າຍ​ປີ 2005-2006

  1. ທ່ານ ນາງ​ ຄໍາ​ພາ ປານ​ມະ​ໄລ​ທອງ, ຫົວໜ້າສະ​ຖາ​ບັນ​ການ​ທະ​ນາ​ຄານ
  2. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ, ຮອງ​ຫົວໜ້າສະ​ຖາ​ບັນ​ການ​ທະ​ນາ​ຄານ, ຮັບ​ຜິດ​ຊອບ​ວຽກ​ງານ​ຄຸ້ມ​ຄອງ​ນັກ​ຮຽນ.
  3. ທ່ານ ສັນຕິ ພົນເມືອງລາວ, ຮອງຫົວໜ້າສະ​ຖາ​ບັນ​ການ​ທະນາຄານ, ຮັບ​ຜິດ​ຊອບ​ວຽກ​ງານ​ວິ​ຊາ​ການ

ມີພະນັກງານ - ຄູອາຈານທັງໝົດ 27 ຄົນ (ປີ 2005)

ໄລ​ຍະ​ແຕ່ທ້າຍ​ປີ 2007-2008

  1. ທ່ານ ນາງ​ ຄຳ​ພາ ປານ​ມະ​ໄລ​ທອງ, ຫົວໜ້າສະ​ຖາ​ບັນ​ການ​ທະ​ນາ​ຄານ
  2. ທ່ານ ນາງ ດວງ​ດີ ພິມ​ວົງ​ສາ, ຮອງ​ຫົວໜ້າສະ​ຖາ​ບັນ​ການ​ທະ​ນາ​ຄານ, ຮັບ​ຜິດ​ຊອບ​ຊີ້ນຳວຽກ ງານບໍລິ ຫານ-ການເງິນ
  3. ທ່ານ ພານທອງ ກອງວົງສາ, ຮອງຫົວໜ້າສະ​ຖາ​ບັນ​ການ​ທະນາຄານ, ຮັບຜິດ ຊອບຊີ້ນຳວຽກງານສູນຄົ້ນຄວ້າ ແລະ ພັດທະນາການສຶກສາ ແລະ ກິດຈະກຳ

ທ່ານ ດຣ ນ. ມີມົວ ຢົງມາມົວ, ຮອງ​ຫົວໜ້າສະ​ຖາ​ບັນ​ການ​ທະ​ນາ​ຄານ, ຮັບ​ຜິດຊອບຊີ້ ນຳ​ວຽກ​ງານ​ວິ​ຊາ​ການ

ມີພະນັກງານຄູ-ອາຈານທັງໝົດ 57 ຄົນ

III. ການເຄື່ອນໄຫວດ້ານວິຊາການ 

ໃນ​ໄລ​ຍະ​ແຕ່​ປີ 1979 -​ 2008 ການ​ເຄື່ອນ​ໄຫວຕົ້ນ​ຕໍ​ດ້ານ​ວິ​ຊາ​ການ​ຂອງສະ​ຖາ​ບັນ​ການ​ທະນາຄານແມ່ນ​ບຳ​ລຸງ​​ຍົກ​ລະ​ດັບ​ຄວາມ​ຮູ້ຄວາມ​ສາ​ມາດ​ດ້ານວິ​ຊາ​ສະ​ເພາະໃຫ້​ແກ່​ພະ​ນັກ​ງານໃນລະບົບ ແລະ ນອກລະບົບທະນາຄານ; ພ້ອມທັງນັກສຶກສາສາມັນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຂ້າງລຸ່ມນີ້ແມ່ນ​ສະ​ຖິ​ຕິ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຮຽນ -​ ການ​ສອນ​ຂອງ​ສູນ​ຝຶກ​ອົບ​ຮົມ​ໃນ​ແຕ່ລະໄລ​ຍະ:

  1. ສົກ​ຮຽນ 1979 -​ 1980 ເປີດ​ຊຸດ​ຝຶກ​ອົບ​ຮົມ​ໄດ້ 02 ​ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ​ຈຳ​ນວນ 60 ຄົນ ( ຊຸດ​ລະ 30 ຄົນ );
  2. ສົກ​ຮຽນ 1980 -​1981 ເປີດ​ຮຽນ​ວິ​ຊາ​ການ​ທະ​ນາ​ຄານ​ຊັ້ນ​ກາງ​ແບບ​ເລັ່ງ​ລັດ​ຈຳນວນ 01 ຊຸດ, ມີ​ນັກ​ຮຽນ 56 ຄົນ;
  3. ສົກ​ຮຽນ 1987 ເປີດ​ຊຸດ​ຝຶກ​ອົບ​ຮົມ​ຈຳ​ນວນ 1 ຊຸດມີ​ຜູ້​ເຂົ້າ​ຮ່ວມ​ຈຳ​ນວນ 35 ຄົນ;
  4. ສົກ​ຮຽນ 1993 -​ 94  ເປີດ​ຊຸດ​ບຳ​ລຸງ ໄດ້ 03 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 145 ຄົນ;
  5. ສົກ​ຮຽນ 1994 -​ 95  ເປີດ​ຊຸດ​ບຳ​ລຸງ ໄດ້ 02 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 72 ຄົນ;
  6. ສົກ​ຮຽນ 1996 ເປີດ​ຊຸດ​ບຳ​ລຸງ ໄດ້ 02 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 68 ຄົນ;
  7. ສົກ​ຮຽນ 1997 ເປີດ​ຊຸດ​ບຳ​ລຸງ ໄດ້ 04 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 153 ຄົນ;
  8. ສົກ​ຮຽນ 1998 ເປີດ​ຊຸດ​ບຳ​ລຸງ ໄດ້ 03 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 95 ຄົນ ແລະເປີດຮຽນ​ຊັ້ນ​ຕົ້ນໄລ​ຍະ 6 ເດືອນ ໄດ້​ໜຶ່ງ​ຊຸດ, ມີ​ນັກ​ຮຽນທັງ​ໝົດ 36 ຄົນ;
  9. ສົກ​ຮຽນ 1999 ເປີດ​ຊຸດ​ບຳ​ລຸງ ໄດ້ 02 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 72 ຄົນ ແລະເປີດຮຽນ​ຊັ້ນ​ຕົ້ນໄລ​ຍະ 6 ເດືອນ ໄດ້​ໜຶ່ງ​ຊຸດ, ມີ​ນັກ​ຮຽນທັງ​ໝົດ 36 ຄົນ;
  10. ສົກ​ຮຽນ 2000 ເປີດ​ຊຸດ​ບຳ​ລຸງ ໄດ້ 07 ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 201 ຄົນ; ຈັດ​ສຳມະ​ນາໄດ້​ໜຶ່ງ​ຊຸດ, ມີ​ຜູ້​ເຂົ້າ​ຮ່ວມ 34 ຄົນ;
  11. ສົກ​ຮຽນ 2001 ເປີດ​ຊຸດ​ບຳ​ລຸງ ໄດ້ 7 ຊຸດ, ມີ​ຜູ້​ເຂົ້າ​ຮ​ວ່ມ 291 ຄົນ. ໃນ​ ປີ 2001 ໄດ້​ສຳ​ເລັດ​ການ​ສ້າງ​ຫລັກ​ສູດ​ການ​ຮຽນ​ວິ​ທ​ຊາ​ການ​ທະ​ນາ​ຄານ​ຊັ້ນ​ກາງ ແລະ ໄດ້​ ຮັບ​​ການອະ​ນຸ​ມັດ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດຈາກ​ກະ​ຊວງ​ສຶກ​ສາ​ທິ​ການໃນ​ສົກ 2001 –​ 2002;
  12. ສົກ​ຮຽນ 2002 ເປີດ​ຊຸດ​ບຳ​ລຸງ​ໄດ້ 6 ຊຸດ, ມີ​ຜູ້​ເຂົ້າ​ຮ​ວ່ມ 269 ຄົນ. ໃນວັນທີ່ 7 ມັງ​ກອນ ​ປີ 2002 ໄດ້​ເລີ່ມ​ເປີດ​ຮຽນວິ​ຊາ​ທະ​ນາ​ຄານ​ຊັ້ນ​ກາງ​ລຸ້ນ​ທຳ​ອິດ ຢ່າງ​ເປັນ​ທາງການ, ມີ​ນັກ​ຮຽນ​ເຂົ້າ​ຮຽນ​ທັງ​ໝົດ 127 ຄົນ (ຍິງ 47 ຄົນ), ໃນ​ນັ້ນພະ​ນັກ​ງານ​ຈາກ​ທະ​ນາ​ຄານ​ຕ່າງໆ 77 ຄົນ, ນັກ​ຮຽນ​ຈົບ ມ ປາຍ 50 ຄົນ; ເສັງ​ຈົບ 124 ຄົນ;
  13. ສົກ​ຮຽນ 2003 -​ 2004 ເປີດ​ຮັບ​ນັກ​ຮຽນ​ເຂົ້າ​ຮຽນ​ຊັ້ນ​ກາງ 436 ຄົນ (ຍິງ 257 ຄົນ), ໃນ​ນັ້ນພະ​ນັກ​ງານ​ 28 ຄົນ ແລະ ນັກ​ຮຽນ​ຈົບ ມ ປາຍ 408 ຄົນ. ມີ​ນັກ​ຮຽນ​ເສັງ​ຈົບ 350 ຄົນ (ພະ​ນັກ​ງານ​ຄົບ 28 ຄົນ). ຮັບ​ນັກ​ຮຽນເຂົ້າ​ຮຽນ​ຊັ້ນ​ກາງ​ລຸ້ນ​ທີ່ 3 ຈຳ​ນວນ 200 ຄົນ (ຍິງ 77 ຄົນ), ພະ​ນັກ​ງານ 75 ຄົນ (ຍິງ 15 ຄົນ);
  14. ສົກ​ຮຽນ 2004 -​ 2005 ເປີດ​ຮັບ​ນັກ​ຮຽນ​ເຂົ້າ​ຮຽນ​ຊັ້ນ​ສູງ​ລຸ້ນ​ທຳ​ອິດ ຈຳ​ນວນ 502 ຄົນ (ຍິງ 202 ຄົນ), ພະ​ນັກ​ງານ 156 ຄົນ (ຍິງ 59 ຄົນ); ຮັບ​ນັກ​ຮຽນ​ເຂົ້າ​ຮຽນ​ຊັ້ນ​ກາງລຸ້ນ​ທີ່ 4 ຈຳ​ນວນ 95 ຄົນ (ຍິງ 50 ຄົນ);
  15. ສົກຮຽນ 2005 - 2006 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 2 ທັງໝົດ 341 ຄົນ;
  16. ສົກຮຽນ 2006 - 2007 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 3 ທັງໝົດ  294 ຄົນ;
  17. ສົກຮຽນ 2007 - 2008 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 4 ທັງໝົດ 901 ຄົນ
    ສະ​ຫລຸບ​ລວມ​ແລ້ວ, ໃນ 29 ປີ​ທີ່​ຜ່ານ​ມາ (ນັບແຕ່ເປັນສູນຝຶກເຖິງປະຈຸບັນ) ສາມາດຍົກລະດັບ ແລະ ກໍ່ສ້າງພະນັກງານແລະນັກສຶກສາຈຳນວນທັງໝົດ 4.183 ຄົນ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ