bankinginstitute@bibol.edu.la

(+856-21) 770 916

ສໍາເລັດການຈັດຝຶກອົບຮົມໃນຫົວຂໍ້ "ການວິເຄາະຄວາມຈໍາເປັນໃນການຈັດເຮັດ Training Roadmap"

   ສະ​ຖາ​ບັນ​ການ​ທະນາຄານ​ ໄດ້​ສໍາ​ເລັດ​ກ​ານຈັດ​ຝຶກ​ອົບຮົມໃນຫົວຂໍ້ "ການວິເຄາະຄວາມຈໍາເປັນໃນການຈັດເຮັດ Training Roadmap" ​ໃນວັນທີ 18-19 ກໍລະກົດ 2019 ຢູ່ ສທຄ, ມີ​ນັກ​ສໍາ​ມະ​ນາກ​ອນ​​​ເຂົ້າ​ຮ່ວມທັງໝົດ 46 ທ່ານ ຍິງ 21 ທ່ານ​ເຊິ່ງ​ມາ​ຈາກ​ບັນດາ​ກົມ​ພາຍ​ໃນ ທະນາຄານ​ແຫ່ງ ສ ປປ ລາວ, ​ສາຂາ ພາກ​ເໜືອ, ພາກ​ກາງ ​ແລະ ພາກ​​ໃຕ້, ​ບັນຍາຍ​​ໂດຍ ທ່ານ ດຣ ນາຣາ ກິດຕິເມທີກຸນ ຜູ້ອໍານວຍການ CEO ບໍລິສັດ Code of success, ການ​ຝຶກ​ອົບຮົມ​ຫົວ​ຂໍ້​ດັ່ງກ່າວ​ແມ່ນ​​​ໄດ້​ລົງ​ເລິກ​ການ​ວິ​ເຄາະ​ຄວາມ​ຈໍາ​ເປັນ ​ແລະ ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ການ​ຝຶກ​ອົບຮົມ, ພ້ອມ​ທັງການ​ຊອກ​ຫາ Core Competency ​ຂອງ​ອົງ​ກອນ ​ແລະ ​ເຮັດ Curriculum Mapping ​ໃນ​ການຈັດ​ລຽງລໍາດັບ​ຄວາມ​ຕ້​ອງການ​ໃນ​ການຈັດ​ຝຶກ​ອົບຮົມ​ໃຫ້​ແກ່​ບຸກຄະລາ​ກອນ​ເພື່ອ​ໃຫ້​ສອດຄ່ອງ ​ແລະ ສາມາດ​ແກ້​ໄຂ​ບັນຫາ​ໃຫ້​ຖືກ​ຈຸດ ບໍ່​ແມ່ນ​​ເປັນການ​ແກ້​ໄຂ​ບັນ​ຫາ​ສະ​ເພາະໜ້າ​ເທົ່າ​ນັ້ນ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ