bankinginstitute@bibol.edu.la

(+856-21) 770 916

ການນຳສະເໜີຜົນສຳເລັດເບື້ອງຕົ້ນຂອງການສ້າງປື້້ມແບບເອເລັກໂຕຼນິກ ຫຼື e-book.

ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ (ສຄອ) ຮ່ວມກັບ ສະຖາບັນ ການທະນາຄານ (ສທຄ)  ໄດ້ຈັດກອງປະຊຸມກ່ຽວກັບ  ການນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book  ແລະ ເຜີຍແຜ່ວິທີການນຳໃຊ້ໃຫ້ແກ່ພະນັກງານ ພາຍໃນສະຖາບັນ ການທະນາຄານ ໃນວັນທີ 28 ທັນວາ 2017 ທີ່​ຫ້ອງ​ປະຊຸ​ມຊັ້ນ 3 ຂອງ​ສະຖາບັນ ການທະນາຄານ; ໂດຍການເປັນປະທານຂອງ ທ່ານ ນາງ ບຸນຖະໜອມ ອຸດທະຈັກ; ຫົວໜ້າ ສູນຫໍສະໝຸດ (ສທຄ).

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ​ໃຫ້ຄວາມຮູ້ແກ່​​ນັກ​ສຶກ​ສາ, ພະນັກງານ ແລະ ຄູອາຈານພາຍໃນສະຖາບັນ ການທະນາຄານ ໄດ້ເຂົ້າໃຈກ່ຽວກັບ ການນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book  ແລະ ການເຜີຍແຜ່ວິທີການນຳໃຊ້ເພື່ອສະດວກໃນການອ່ານໜັງສື ແລະ ການເຂົ້າຫາຂໍ້ມູນຂ່າວສານຕ່າງໆ.

ໂອກາດນີ້, ທ່ານ ພອນປະເສີດ ສຸລິນທອນ; ຮັກສາການຫົວໜ້າສູນ ບໍລິການ ແລະ ຖ່າຍທອດ (ສຄອ),     ໄດ້ຂື້ນກ່າວນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book  ແລະ ເຜີຍແຜ່ວິທີການນຳໃຊ້ໃຫ້ແກ່ພະນັກງານ ພາຍໃນສະຖາບັນ ການທະນາຄານ; ຊຶ່ງໃນເບື້ອງຕົ້ນ ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ ໄດ້ນຳເອົາບົດໂຄງການຈົບຊັ້ນຂອງນັກສຶກສາ ທີ່ຝ່າຍສະຖາບັນ ການທະນາຄານ ສົ່ງໃຫ້ມາສ້າງເປັນປຶ້ມແບບເອເລັກໂຕຼນິກ ຫຼື E-book ສຳເລັດແລ້ວ ຈຳນວນ 30 ຫົວ ແລະ ຈະທົດລອງນຳໃຊ້ພາຍໃນສະຖາບັນ ການທະນາຄານແບບ offline ກ່ອນ;  ພ້ອມດຽວກັນນັ້ນ ຍັງໄດ້ນຳສະເໜີ ວຽກງານການຄົ້ນຄ້ວາຂອງ “ໂຄງການສ້າງປື້ມແບບເອເລັກໂຕຼນິກ ຫຼື e-book”   ແມ່ນເປັນວຽກງານໜຶ່ງທີ່ສຳຄັນ ໃນການເຜີຍແຜ່,  ສົ່ງເສີມໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ນັກຮຽນຮູ້ປັນຍາຊົນ ໄດ້ເຂົ້າເຖິງຢ່າງສະດວກສະບາຍໃນການອ່ານໜັງສື ແລະ ​ຄວາມ​ສາມາດ​ທີ່​ຈະ​ສະແດງ​ຜົນ​ດ້ວຍ​ພາບ, ຂໍ້ຄວາມສຽງ, ​ມີ​ພາບ​ເຄື່ອນ​ໄຫວ​ໄດ້ ແລະ ​ການ​ເຊື່ອມ​ໂຍງ​ກັບ​ຂໍ້ຄວາມ​ຕ່າງໆ ພາຍ​ໃນ​ຕົວ​ຫນັງສື ຫລື​ ພາຍນອກ​ເວັບ​ໄຊອື່ນໆ ຈາກ​ອິນ​ເຕີເນັດ ເຮັດໃຫ້​ສາມາດ​ໄດ້ຮັບ​ຂ່າວສານ​ທີ່​ວ່ອງໄວ​ ແລະ​ ຖືກ​ຕ້ອງ​ຫຼາຍ​ຂຶ້ນ.

ໃນພິທີດັ່ງກ່າວ ບັນດາແຂກທີ່ກ່ຽວຂ້ອງທັງສອງຝ່າຍ ກໍ່ໄດ້ຂື້ນໂອ້ລົມຕັ້ງຄຳຖາມ-ຕອບ ແລະ ປະກອບຄຳຄິດເຫັນໃນການນຳສະເໜີຄັ້ງນີ້ (ຊື່ງມີຈຳນວນທັງໜົດ 29 ທ່ານເຂົ້າຮ່ວມ) ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານ ພອນປະເສີດ ສຸລິນທອນ; ຮັກສາການຫົວໜ້າສູນ ບໍລິການ ແລະ ຖ່າຍທອດ (ສຄອ) ແລະ ນາງ ບຸນຖະໜອມ ອຸດທະຈັກ; ຫົວໜ້າ ສູນຫໍສະໝຸດ ກໍ່ໄດ້ຖືໂອກາດມອບຂອງຂັວນເປັນທີ່ລະລືກໃຫ້ເຊິ່ງກັນ ແລະ ກັນ; ໃນໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່; ກ່າວປິດພິທີຢ່າງເປັນທາງການ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ