ພິທີມອບ - ຮັບ ທຶນການສຶກສາ ປະຈຳສົກຮຽນ 2013 – 2014 ຄັ້ງວັນທີ 10/12/2014 ໄດ້ຈັດຂື້ນທີ່ ສະຖາບັນການທະນາຄານ ຕຶກສະໂມສອນ ເປັນກຽດໃນການເຂົ້າຮ່ວມເປັນປະທານໃນຄັ້ງນີ້ໂດຍແມ່ນທ່ານ ອາຈານ ທ່ານ ວົງພະຈັນ ແສງສຸວັນ ຮອງເລຂາ ຄະນະພັກຮາກຖານ ຮອງຫົວໜ້າ ສະຖາບັນການທະນາຄານ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພິທີດັ່ງກ່າວແມ່ນຈັດໂດຍ ພະແນກບໍລິຫານຫ້ອງການວິຊາການ ກ່ຽວກັບການມອບ - ຮັບ ທຶນການສຶກສາ ໃຫ້ແກ່ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ນອກນັ້ນພວກເຮົາຍັງສາມາດເຫັນໄດ້ວ່າຕະຫລອດ 2 ພາກຮຽນຜ່ານມານັກສຶກສາສາມາດຍາດໄດ້ຜົນງານດ້ານການຮຽນດີ-ຮຽນເກັ່ງຫລາຍພໍສົມຄວນ ສິ່ງທັງໝົດນັ້ນສະແດງເຖິງຄວາມເອົາໃຈໃສ່ຕັ້ງໃຈຄົ້ນຄ້ວາຮໍ່າຮຽນຂອງນັກສຶກສາ, ການສິດສອນຖ່າຍທອດຄວາມຮູ້ຂອງຄູ - ອາຈານ ໃນຕະຫລອດສົກຮຽນທີ່ຜ່ານມາ.
ຕໍ່ຜົນງານທີ່ຍາດມາໄດ້ໃນສົກຮຽນ 2013 – 2014 ເຫັນວ່ານັກສຶກສາໄດ້ຮັບທຶນການສຶກສາທັງໝົດ 137 ຄົນ ກວມເອົາ 3,01% ຂອງນັກສຶກສາທັງໝົດ ຖືວ່າເປັນເປີເຊັນທີ່ໜ້ອຍຫຼາຍ, ຊຶ່ງໃນນັ້ນ ນັກສຶກສາທີ່ຍາດໄດ້ຜົນງານ ຮຽນດີ - ຮຽນເກັ່ງ ປະເພດ 1 ມີຈຳນວນ 30 ຄົນ, ປະເພດ 2 ມີຈຳນວນ 107 ຄົນ.
ທຶນການສຶກສາທີ່ມອບໃຫ້ນັກສຶກສາໃນສົກ 2013-2014 ນີ້ເປັນຈຳນວນເງິນ 37.500.00 ກີບ ຊຶ່ງເປັນທຶນການສຶກສາພຽງເລັກນ້ອຍມອບໃຫ້ເພື່ອເປັນການກະຕຸກຊຸກຍູ້, ສົ່ງເສີມໃຫ້ນັກສຶກສາມີຄວາມບຸກບືນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນບຸກຄົນທີ່ດີຂອງສັງຄົມ.ໄປຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ບັນດານັກສຶກສາຕ້ອງໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງໄປຕາມ 5 ຫຼັກມູນຂອງການສຶກສາເຊັ່ນ: ປັນຍາສຶກສາ, ສີລະປະສຶກສາ, ກາຍະສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ ເພື່ອໃຫ້ກາຍເປັນຊັບພະຍາກອນມະນຸດທີ່ດີໃນປະຈຸບັນກໍ່ຄືອະນາຄົດ.
ເຊິ່ງໃນພິທີດັ່ງກ່າວ ທ່ານ ວົງພະຈັນ ແສງສຸວັນ ຮອງເລຂາ ຄະນະພັກຮາກຖານ ຮອງຫົວໜ້າ ສະຖາບັນການທະນາຄານ ຍັງໄດ້ໃຫ້ຄຳໂອວາດແກ່ນັກສຶກສາ ສະຖາບັນການທະນາຄານ ເຊິ່ງຄຳເວົ້າຂອງທ່ານແມ່ນສຸດທີ່ມີຄວາມໝາຍ ຄວາມສຳຄັນ ເຊິ່ງມັນເປັນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ແລະ ການສຶກສາຮ່ຳຮຽນໃຫ້ແກ່ນັກສຶກສາ ບັນດາຄຳໂອວາດຂອງທ່ານແມ່ນຈະເປັນແນວທາງ ແລະ ມາດຖານວັດແທກທີ່ມີຄຸນຄ່າສູງ ໂດຍສະເພາະແມ່ນການປັບປຸງພັດທະນາແນວຄວາມຄິດ ແລະ ພຶດຕິກຳການເຄື່ອນໄຫວໃຫ້ຖືກຕ້ອງ ແລະ ເກີດຜົນເປັນຈິງ