bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຝຶກອົບຮົມ ຫົວຂໍ້ “ການຂຽນແຜນທຸລະກດສຳລັບຜູ້ປະກອບການ”ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາທຸລະກິດ

 ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ການຂຽນແຜນທຸລະກດສຳລັບຜູ້ປະກອບການ”ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາທຸລະກິດ, ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ-ອາຈານ ສທຄ ໃນລະຫວ່າງວັນທີ 17-18 ສິງຫາ 2017 ໂດຍແມ່ນນັກວິທະຍາກອນຜູ້ມີປະສົບການມາຈາກປະເທດໄທ ແລະມີຜູ້ເຂົ້າຮ່ວມທັງໝົດ 22 ຄົນ, ຍິງ 9 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດໃນການສ້າງແຜນທຸລະກິດຢ່າງເປັນມືອາຊີບ, ເບິ່ງເຫັນໂອກາດທາງທຸລະກິດ ແລະສ້າງນະວັດຕະກຳ ເພື່ອຄວາມໄດ້ປຽບທາງດ້ານການເເຂ່ງຂັນ. ນອກຈາກການຮັບຟັງບັນຍາຍ ແລະແລກປ່ຽນບົດຮຽນນຳນັກວິທະຍາກອນແລ້ວ, ຜູ້ເຂົ້້າຮ່ວມຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະກັນດ້ວຍບັນຍາກາດທີ່ໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ