bankinginstitute@bibol.edu.la

(+856-21) 770 916

ກອງປະຊຸມສະພາບໍລິຫານ ສທຄ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2017

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2017 ກອງປະຊຸມສະພາບໍລິຫານ ສະຖາບັນການທະນາຄານ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2017 ໄດ້ຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາວົງ ທິບພະວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສທຄ, ທ່ານ ນ. ດວງດີ ພິມວົງສາ ຫົວໜ້າສະຖາບັນການທະນາຄານ, ຮອງປະທານສະພາບໍລິຫານ, ພ້ອມດ້ວຍສະມາຊິກສະພາບໍລິຫານຈາກບັນດາກົມ ທຫລ ທີ່ກ່ຽວຂ້ອງ, ກົມການສຶກສາຊັ້ນສູງ ແລະກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ; ນອກຈາກນັ້ນຍັງມີຄະນະ ສທຄ ແລະຫົວໜ້າພະແນກພາຍໃນ ສທຄ ເຂົ້າຮ່ວມ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນຕາມວາລະ ໂດຍທ່ານ ນ. ດວງດີ ພິມວົງສາ ຫົວໜ້າສະຖາບັນການທະນາ ຄານ, ຮອງປະທານສະພາບໍລິຫານ ສທຄ ໄດ້ລາຍງານຕໍ່ກອງປະຊຸມຮັບຊາບເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມສະພາບໍລິຫານ ສທຄ ຄັ້ງຜ່ານມາ, ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 06 ເດືອນຕົ້ນປີ 2017 ແລະທິດທາງແຜນການ 06 ເດືອນທ້າຍປີ 2017 ພ້ອມທັງປຶກສາຫາລືບາງບັນຫາ, ເຊິ່ງຜູ້ເຂົ້າຮ່ວມແຕ່ລະທ່ານ ໄດ້ເອົາໃຈໃສ່ປະກອບ​ຄຳ​ເຫັນ​ຕໍ່​ບັນຫາ​ຕ່າງໆ​ ຢ່າງ​ກົງ​ໄປ​ກົງ​ມາ​ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້ ສທຄ ​​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດ​ທິຜົນໃນຕໍ່ໜ້າ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ