bankinginstitute@bibol.edu.la

(+856-21) 770 916

ສະຖາບັນການທະນາຄານໄດ້ຮັບລາງວັນຈາກສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ ໃນບັ້ນສະຫຼຸບການແຂ່ງຂັນອ່ານປື້ມບັນທຶກປະຈຳວັນ ດັ້ງຖຸຍເຈີມ ແລະຂຽນຄວາມຮູ້ສຶກໃນຫົວຂໍ້ ທີ່ວ່າ “ໄວໜຸ່ມ ກັບ ປະເທດຊາດ”

   ເພື່ອເປັນການສ້າງຂະບວນການຕ້ອນຮັບ, ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ່ IX ພັກປະຊາຊົນ ປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ່ XI ພັກຄອມມູນິດຫວຽດນາມ; ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 56ປີ ແລະວັນສ້າງຕັ້ງຊາວໜຸ່ມ ຄອມມູນິດໂຮ່ຈີມິນ.

   ໃນຕອນບ່າຍຂອງ ວັນ​ທີ 16 ພຶດສະພາ 2011 ທີ່ຫ້ອງປະຊຸມຊັ້ນ 3  ຫໍ​ວັດທະນະທຳ​ແຫ່ງ​ຊາດ ສະມາຄົມມິດຕະພາບ ລາວ-ຫວຽດນາມຂັ້ນສູນ​ກາງ, ສູນ​ກາງ​ຊາວ​ໜຸ່ມ ສປປລາວ, ກະຊວງ​ຖະ​ແຫຼງຂ່າວ ​ແລະວັດທະນະທຳ ​ແລະ ສູນວັດທະນະທຳ​ຫວຽດນາມປະຈຳ​ລາວ ​ໃນ​ນາມ​ຄະນະ​ຈັດຕັ້ງບັ້ນ​ແຂ່ງຂັນ​ອ່ານ​ປື້​ມບັນທຶກ​ປະຈຳ​ວັນ ດັ້ງຖຸຍ​ເຈີ​ມ ​ແລະ ຂຽນ​ບົດ​ສະ​ແດງຄວາມ​ຮູ້ສຶກ​ໃນ​ຫົວ​ຂໍ້ “ ​ໄວ​ໜຸ່ມກັບປະ​ເທດ​ຊາດ” ​ໄດ້​ຈັດ​ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ໃຫ້​ແກ່​ຜູ້ເຂົ້າຮ່ວມ​ບັ້ນ​ແຂ່ງຂັນ​ດັ່ງກ່າວ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ມີ​ ທ່ານ ທອງ​ສີ ອິນທະ​ພົນ ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ ສູນ​ກາງ​ພັກ, ທ່ານ​ຕະມິ​ງ​ເຈົາ ​ເອກະ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ຖະ​ແຫຼງຂ່າວ ​ແລະ ວັດທະນະທຳ, ບັນດາ​ຫົວໜ້າ​ກົມ, ພະ​ແນ​ກ, ຜູ້​ໃຫ້ການ​ສະໜັບສະໜູນ, ແຂກ​ຖືກ​ເຊີນ​ທັງ​ລາວ ​ແລະ ຫວຽດນາມ ​ແລະ ຕາງໜ້າຊາວ​ໜຸ່ມ​ຈາ​ກກະຊວງ​ອົງການ, ສະຖາບັນການສຶກສາຕ່າງໆ ເຂົ້າຮ່ວມ​ຢ່າງ​ຫຼວງຫຼາຍ.

      ​ໃນ​ພິທີ​ທ່ານ ຮສຈ ດຣ. ສາຍ​ຂອງ ສາຍ​ນະ​ສິນ ​ເລຂາທິການ​ສະມາຄົມ​ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນ​ກາງ ຫົວໜ້າ​ຄະນະ​ຈັດຕັ້ງບັ້ນ​ແຂ່ງຂັນ​ອ່ານ​ປື້​ມບັນທຶກ​ປະຈຳ​ວັນ ດັ້ງຖຸຍ​ເຈີ​ມ ​ໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ ຈຸດປະສົງ​ຂອງ​ການຈັດຕັ້ງບັ້ນ​ແຂ່ງຂັນ​ຄັ້ງນີ້​ຂຶ້ນ ​ແມ່ນ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນກາ​ນຂ່ຳນັບ​ຮັບ​ຕ້ອນ ​ແລະ ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ I ກອງປະຊຸມ​ໃຫຍ່​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄັ້ງທີ I (ວັນ​ສ້າງຕັ້ງຊາວ​ໜຸ່ມ ສປປລາວ ຄົບຮອບ 56 ປີ ​ແລະ ວັນ​ສ້າງຕັ້ງຊາວ​ໜຸ່ມ​ກອງ​ມູນິດ​ໂຮ່ຈິ​ມິນ ຄົບຮອບ 80 ປີ ​ແນ​ໃສ່​ສຶກສາ​ອົບຮົມ​ຄົນ​ຮຸ່ນ​ໜຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ປະຕິວັດ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ລາວ-ຫວຽດນາມ ສົ່ງ​ເສີມ​ການ​ອ່ານ​ໃຫ້​ແກ່​ຄົນ​ຮຸ່ນ​ໜຸ່ມ.

      ບັ້ນ​ແຂ່ງ​ຂັນ​ຄັ້ງນີ້​ໄດ້​ເລີ່​ມມາ​ແຕ່​ເດືອນ​ມັງກອນ 2011 ​ເຊິ່ງມີ​ພະນັກງານ​ຊາວ​ໜຸ່ມ​ນັກ​ສຶກສາ​ເຂົ້າຮ່ວມ​ທັງ​ໝົດ 5.000 ຄົນ ​ແລະ ມາ​ເຖິງ​ທ້າຍ​ເດືອນ​ເມສາ 2011 ມີ​ຈຳນວນ​ບົດ​ທີສົ່ງ​ເຂົ້າຮ່ວ​ມ​ແຂ່ງຂັນ​ຈຳນວນ 2.290 ບົດ (ໃນນີ້ແມ່ນ ບົດຂອງ ສະຖາບັນການ​ທະນາຄານ ແມ່ນ 340 ບົດ ເທົ່າກັບ 15%) ​ໃນ​ນັ້ນພາກສ່ວນ​ຕ່າງໆ​ທີ່​​ໄດ້​ຄັ​ດ​ເລືອກ​ເອົາ​ບົດ​ທີ່​ດີ​ເດັ່ນ​ຈຳນວນ 229 ບົດ ​ສົ່ງ​ໃຫ້​ຄະນະ​ຈັດຕັ້ງບັ້ນ​ແຂ່ງ​ຂັນ​ເພື່ອ​ຄັດ​ເລືອກ ​ໂດຍ​ມີ​ການ​ແຕ່ງ​ຕັ້ງຄະນະ​ກວດ​ບົດ ​ແລະ ກຳນົດ​ມາດຖານ​ໃນ​ການກວດ​ບົດ ​ແລະ ​ໃຫ້​ຄະ​ແນນ​ດ້ວຍ 4 ມາດຖານ ຫຼັງຈາກ​ນັ້ນຄະນະ​ກວດ​ບົດ ​ແລະຄະນະ​ຈັດຕັ້ງບັ້ນ​ແຂ່ງຂັນ​ໄດ້​ຄັດ​ເລືອກ​ເອົາ​ຜູ້​ທີ່​ມີ​ບົດ​ທີ່​ດີ​ ເດັ່ນ​ປະ​ເພດ​ຕ່າງໆ​ເພື່ອ​ມອບ​ລາງວັນ ​ເຊິ່ງລາວ​ວັນຄັ້ງນີ້ ​ແມ່ນ​ມີຫຼາຍກວ່າ 30 ລາງວັນ ມີ​ທັງ​ລາງວັນ​ລວມໝູ່ ​ແລະ ລາງວັນ​ປະ​ເພດ​ບຸກຄົນ ​ເຊິ່ງລາງວັນ​ສູງ​ສຸດ​ແມ່ນ​ມີ​ມູນ​ຄ່າ 3 ລ້ານ​ກີບ ​ແລະ ລາງວັນ​ຕ່ຳ​ສຸດ​ແມ່ນ​ລາງວັນ​ຊົມ​ເຊີຍ​ ​ເງິນສົດ 3 ​ແສນ​ກີບ ​ໂທລະສັບ​ມື​ຖື 1 ໜ່ວຍ ມູນ​ຄ່າ​​ໂທ 1 ​ແສນ​ກີບ.

   ໃນນີ້ ນັກສຶກສາ ສະຖາບັນການ​ທະນາຄານ ສາມາດຍາດໄດ້ 3 ລາງວັນຄື:

  1. ນາງ ອອນອານົງ ພົມມີໄຊ ຊາວໜຸ່ມ-ນັກສຶກສາ ຫ້ອງ BB109 ໄດ້ຮັບລາງວັນທີ 3 ໄດ້ຮັບເງິນສົດ ຈຳນວນ 1.000.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 200.000 ກີບ ແລະໃບຍ້ອງຍໍ.
  2. ທ້າວ ວິແຊ່ມ ນວນສະບັບ ຊາວໜຸ່ມ-ນັກສຶກສາ ຫ້ອງ BB209 ໄດ້ຮັບລາງວັນຊົມເຊີຍ ໄດ້ຮັບເງິນສົດ ຈຳນວນ 300.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 100.000 ກີບ ແລະໃບຍ້ອງຍໍ.
  3. ທ້າວ ບຸນມີ ໄຊປັນຍາສິດ ຊາວໜຸ່ມ-ນັກສຶກສາ ຫ້ອງ F409 ໄດ້ຮັບລາງວັນຊົມເຊີຍ ໄດ້ຮັບເງິນສົດ ຈຳນວນ 300.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 100.000 ກີບ ແລະໃບຍ້ອງຍໍ.
   ນອກນີ້ ສະຖາບັນການທະນາຄານຍັງໄດ້ຮັບລາງວັນ ພິເສດຈາກ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄື:

  1. ຄະນະຊາວໜຸ່ມສະຖາບັນການ​ທະນາຄານ ໄດ້ຮັບລາງວັນພາກສ່ວນທີ່ມີການເອົາ ໃຈໃສ່ຈັດຕັ້ງ ແລະການປຸກລະດົມ ຊາວໜຸ່ມ-ນັກສຶກສາ ແລະສົ່ງບົດເຂົ້າແຂ່ງຂັນ ຫຼາຍທີ່ສຸດ ເປັນເງິນສົດມູນຄ່າ 3.000.000 ກີບ.
  2. ທ່ານ ຫົວໜ້າ ສະຖາບັນການ​ທະນາຄານ ໄດ້ຮັບລາງວັນສໍາລັບການ ນໍາ ທີ່ ເອົາໃຈໃສ່ຊີ້ນຳ ການຈັດຕັ້ງ ແລະການປຸກລະດົມ ຊາວໜຸ່ມ-ນັກສຶກສາເຂົ້າຮ່ວມ ການແຂ່ງຂັນຄັ້ງນີ້ ເປັນເງິນສົດມູນຄ່າ 1.000.000 ກີບ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ