bankinginstitute@bibol.edu.la

(+856-21) 770 916

ກິລາເພື່ອສຸຂະພາບ ແລະ ມິດຕະພາບ 07 ຕຸລາ ໝັ້ນຍືນ

ໃນຕອນແລງຂອງວັນທີ 14/10/2014 ກົງກັບວັນອັງຄານ ສະຖາບັນການທະນາຄານໄດ້ມີການແຂ່ງຂັນກິລາມິດຕະພາບລະຫ່ວາງພະນັກງານຄູ-ອາຈານ ຂອງສະຖາບັນການທະນາຄານ ແລະ ອາດີດນັກສຶກສາ. ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວໂດຍແມ່ນ ທ່ານ ນາງ ດວງດີ ພິມວົງສາ ຫົວໜ້າ ສະຖາບັນການທະນາຄານ ພ້ອມດ້ວຍຄະນະນຳ, ພະນັກງານຄູ-ອາຈານຂອງ ສທຄ, ອາດີດນັກສຶກສາຈາກບັນດາພາກສ່ວນຕ່າງໆໂດຍສະເພາະແມ່ນຈາກພາກສ່ວນທະນາຄານທຸລະກິດ ແລະ ທະນາຄານລັດ.  ນອກນັ້ນທາງຄະນະນຳຂອງສະຖາບັນການທະນາຄານຍັງໄດ້ພົບປະໂອ້ລົມເພື່ອສ້າງສາຍສຳພັນກັບອາດີດນັກສຶກສາເພື່ອຕັ້ງປະຕິບັດວຽກງານກ່ຽວກັບການສ້າງ ສະໂມສອນ ອາດີດນັກສຶກສາ. ຜ່ານການໂອ້ລົມ ແລະ ປຶກສາຫາລືໃນຫົວຂໍ້ດັ່ງກ່າວຫຼາຍພາກສ່ວນກໍ່ມີຄວາມເຫັນດີທີ່ຈະສ້າງ ສະໂມສອນດັ່ງກ່າວ ແລະ ເພື່ອສະແດງຄວາມຮູ້ບຸນຄຸນດັ່ງກ່າວ ອາດີດນັກສຶກສາຈາກ ທະນຄານພັດທະນາລາວກໍ່ມອບກະຕ່າດອກໄມ້ພ້ອມດ້ວຍຄຳອ່ວຍພອນອັນປະເສີດໃຫ້ແກ່ ຄູ-ອາຈານ ຂອງ ສະຖາບັນການທະນາຄານ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ