bankinginstitute@bibol.edu.la

(+856-21) 770 916

ສໍາເລັດຝຶກອົບຮົມຫົວຂໍ້: ມາດຕະຖານການສ້າງລາຍງານດ້ານການເງິນທີ່ເປັນມາດຕະຖານສາກົນ IFRS

   ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້  “ມາດຕະຖານ​ການ​ສ້າງ​ລາຍ​ງານດ້ານ​ທີ່​ເປັນ​ມາດຕະຖານ​ສາກົນ​ IFRS (ລະດັບ​ພື້ນຖານ)” ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາຄານທຸລະກິດ,  ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູອາຈານ ສທຄ  ໃນວັນທີ 27-31 ພຶດສະພາ 2019  ໂດຍແມ່ນຄະນະວິທະຍາກອນທີ່ມີປະສົບການ ປະຈຳ​ຫຼັກສູດ​ບັນຊີ ມະຫາວິທະຍາ​ໄລ​ຂອນ​ແກ່ນ ວິທະຍາ​ເຂດ​ໜອງ​ຄາຍ ປະ​ເທດໄທ ທ່ານ ນ. ອຈ ອຸ​ມາ ລິດ​ສີ, ອາຈານ ປອ. ຊະ​ນັນ​ດາ ສິນ​ຊື່ນ ແລະ ມີຜູ້ເຂົ້າຮ່ວມທັງໝົດ 26 ຄົນ ຍິງ 19 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້, ຄວາມສາມາດ​ໃຫ້​ແກ່ນັກ​ສຳ​ມະ​ນາກ​ອນທີ່​ມາ​ຈາກ​ພາກສ່ວນ​ຕ່າງໆສາມາດນຳ​ເອົາ​ບົດຮຽນ​ທີ່​ໄດ້​ຈາກ​ການ​ຝຶກ​ອົບຮົມ​​ໄປ​ໝຸນ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ເປັນ​ຕົ້ນ​ແມ່ນ​ວຽກງານ​ບັນຊີ ​ເພື່ອ​ຊ່ວຍ​ໃຫ້​ການ​ປະຕິບັດ​ວຽກ​ງານ​​ໄດ້​ຮັບໝາກຜົນດີ​ຕາມ​ທີ່​ຄາດໝາຍ​ໄວ້,  ນອກຈາກການຮັບຟັງບັນຍາຍ ແລະ ແລກປ່ຽນບົດຮຽນນຳນັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນຢ່າງ​ກົງ​ໄປ​ກົງ​ມາ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ