bankinginstitute@bibol.edu.la

(+856-21) 770 916

ຝຶກອົບຮົມໄລຍະສັ້ນ ຫົວຂໍ້ “ ວິເຄາະລາຍງານທາງການເງິນ ”

   ສະຖາບັນການທະນາຄານໄດ້ຈັດຝຶກອົບຮົມ​ໄລຍະ​ສັ້ນ  ຫົວຂໍ້ “ ວິ​ເຄາະ​ລາຍ​ງານ​ທາງ​ການ​ເງິນ ” ໃຫ້ແກ່ພະນັກງານ ທີ່ມາຈາກບັນດາທະນາຄານທຸລະກິດ, ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ພະນັກງານຄູ-ອາຈານ ສທຄ ໃນວັນທີ 28/5-01/6/2018 ເຊິ່ງບັນຍາຍໂດຍອາຈານ​ທີ່​ມີ​ປະສົບ​ການ​ກ່ຽວກັບ​ວຽກງານ​ດັ່ງກ່າວ. ທ່ານ ດຣ ນາຣາ ກິດ​ຕິ​ເມ​ທິກຸນ ​ແລະ  ທ່ານ ນ. ອຈ ອຸ​ມາ ລິດ​ສີ (ປະເທດໄທ) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 41 ຄົນ ຍິງ 19 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ກ່ຽວກັບຫຼັກພື້ນຖານ​​ບັນຊີ​ ສຳລັບ​ການ​ອ່ານບົດລາຍ​ງານ​ທາງ​ການ​ເງິນ, ເຄື່ອງ​ມື​ການ​ວິ​ເຄາະ​ລາຍ​ງານ​ທາງ​ການ​ເງິນ ​ແລະ  ການ​ບໍລິ​ຫານ​ສິນ​ເຊື່​ອ​ແບບ​ມື​ອາ​ຊີບ​ສຳລັບ​ຜູ້​ປະກອບ​ການ, ເຊິ່ງນໍາໄປສູ່ການພັດທະນາ ສິນເຊື່ອຂອງທະນາຄານທຸລະກິດ​ແລະ​ຜູ້​ປະກອບ​ການໃນປະຈຸບັນ ແລະອານາຄົດ.  ນອກຈາກການຮັບຟັງບັນຍາຍ  ແລະແລກປ່ຽນບົດຮຽນນໍານັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ