bankinginstitute@bibol.edu.la

(+856-21) 770 916

ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ລົງກວດກາຄວາມພ້ອມ ແລະປະເມີນ ການກະກຽມເປີດການຮຽນ-ການສອນແບບເຊິ່ງໜ້າ ຂອງສະຖາບັນການທະນາຄານ

 

ນັບແຕ່ມີການແຜ່ລະບາດຂອງພະຍາດ COVID-19 ໃນທ້າຍປີ 2019 ເປັນຕົັ້ນມາ ສທຄໄດ້ເອົາໃຈໃສ່ໃນການຈັດຕັັ້ງປະຕິບັດການຮຽນ-ການສອນຢ່າງຕໍ່ເນື່ອງ ແລະ ໄດ້ມີການຫັນປ່ຽນຮູບແບບການຮຽນ-ການສອນແບບເຊິ່ງໜ້າ ມາຈັດຕັັ້ງປະຕິບັດການຮຽນ-ການສອນຜ່ານລະບົບອອນລາຍ, ເຊິ່ງສາມາດຈັດຕັັ້ງປະຕິບັດໄປຕາມປະຕິທິນການສຶກສາຂອງ ສທຄ ໄດ້ດີສົມຄວນ.

ມາຮອດທ້າຍປີ 2021 ສະພາບການແຜ່ລະບາດຂອງພະຍາດ COVID-19 ໄດ້ມີທ່າອ່ຽງຫຼຸດລົງ, ໃນວັນທີ 17 ທັນວາ 2021 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດCOVID-19 ກະຊວງສຶກສາທ ການແລະກິລາ ໄດ້ອອກແຈ້ງການກ່ຽວກັບ 10ມາດຕະການ ແລະ40ຂໍ້ແນະນໍາເພື່ອກະກຽມເປີດຮຽນຄືນແບບເຊິ່ງໜ້າໃຫ້ມີຄວາມປອດໄພ.

ມາຮອດວັນທີ 22 ທັນວາ 2021 ໄດ້ນໍາເອົາເນື້ອໃນຂອງແຈ້ງການດັັ່ງກ່າວມາເຜີຍແຜ່ໃຫ້ຄູ-ອາຈານພາຍໃນ ສທຄ ໄດ້ຮັບຊາບ ແລະ ກຽມພ້ອມຈັດຕັັ້ງປະຕິບັດຕາມການຊີ້ນໍາຂອງຂັັ້ນເທິງ.

ສໍາລັບການເປີດຮຽນແບບເຊິ່ງໜ້າຂອງ ສທຄ ໃນເບື້ອງຕົ້ນຈະກໍານົດໃຫ້ນັກສຶກສາປີ 1 ທຸກສາຂາກ່ອນ, ເຊິ່ງຄາດວ່າຈະກໍານົດເອົາວັນທີ 7 ກຸມພາ 2022. ຫັງຈາກນັັ້ນຈຶິ່ງຄ່ອຍເປີດໃຫ້ປີ2ແລະປີ3. ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 24 ມັງກອນ 2022 ສະຖາບັນການທະນາຄານຈຶ່ງໄດ້ສະເໜີ ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ລົງກວດກາຄວາມພ້ອມ ແລະປະເມີນ ການກະກຽມເປີດການຮຽນ-ການສອນແບບເຊິ່ງໜ້າ ຂອງສະຖາບັນການທະນາຄານ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ