bankinginstitute@bibol.edu.la

(+856-21) 770 916

ປະກາດຮັບສະໝັກນັກສຶກສາ ສົກສຶກສາ 2017-2018

ສະຖາບັນການທະນາຄານ, ທະນາຄານແຫ່ງ ສປປ ລາວ ຈະໄດ້ທຳການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈໍາສົກສຶກສາ 2017-2018 ຊຶ່ງມີຫຼັກສູດດັ່ງນີ້:

I. ຫຼັກສູດ

  1. ຫຼັກສູດ ປະລິນຍາຕີ ລະບົບ 4 ປີ ໃນສາຂາ ການທະນາຄານ, ສາຂາ ການເງິນ ແລະ ສາຂາ ການບັນຊີ.
  2. ຫຼັກສູດຕໍ່ເນື່ອງປະລິນຍາຕີ ລະບົບ 2 ປີ ພາກຄໍ່າ ໃນສາຂາ ການທະນາຄານ, ການເງິນ, ການບັນຊີ ແລະ ການເງິນຈຸລະພາກ.
  3. ຫຼັກສູດ ຊັ້ນສູງ ລະບົບ 3ປີ ໃນສາຂາ ການທະນາຄານ, ການເງິນ-ການບັນຊີ ແລະ ການເງິນຈຸລະພາກ
II. ເງື່ອນໄຂຜູ້ສະໝັກສອບເສັງ

  1. ນັກຮຽນທີ່ຈົບມໍປາຍ (ມໍ 7) ຫຼື ທຽບເທົ່າ ໃຫ້ສະໝັກເຂົ້າສອບເສັງໃນຫຼັກສູດ ປະລິນຍາຕີ ຫຼື ຫຼັກສູດຊັ້ນສູງ.
  2. ຜູ້ທີ່ຮຽນຈົບຫຼັກສູດ ຊັ້ນສູງຈາກ ສະຖາບັນການທະນາຄານ ຫຼື ສາຂາທີ່ກ່ຽວຂ້ອງໃຫ້ສະໝັກສອບເສັງໃນຫຼັກສູດ ຕໍ່ເນື່ອງປະລິນຍາຕີ.
III. ລາຍລະອຽດກ່ຽວກັບການສອບເສັງມີດັ່ງນີ້:

  1. ເລີ່ມຂາຍ, ຮັບຄໍາຮ້ອງ ແລະລົງທະບຽນ ວັນທີ 31/07/2017 ເຖິງ 18/08/2017.
  2. ປິດລົງທະບຽນວັນທີ 23/08/2017.
  3. ປະລິນຍາຕີ ແລະ ຊັ້ນສູງ ສອບເສັງວັນທີ 26/08/2017, ວິຊາສອບເສັງປະກອບມີ: ຄະນິດສາດ ແລະ ຄວາມຮູ້ທົ່ວໄປ.
  4. ຕໍ່ເນື່ອງປະລິນຍາຕີ ສອບເສັງ ວັນທີ 27/08/2017, ວິຊາສອບເສັງປະກອບມີ: ເສດຖະສາດມາຫາພາກ, ການເງິນວິສາຫະກິດ ແລະ ພື້ນຖານບັນຊີ.
  5. ສ່ວນການປະກາດຜົນສອບເສັງ ແລະ ລົງທະບຽນເຂົ້າຮຽນຈະໄດ້ແຈ້ງຕາມພາຍຫຼັງ.
  6. ເລີ່ມເຂົ້າຮຽນ ຕົ້ນເດືອນ ຕຸລາ ປີ 2017
IV. ເອກະສານປະກອບສອບເສັງ:

  1. ສໍາເນົາ (Copy) ປະກາສະນິຍະບັດຈົບ ມ 7 ຫຼື ປະກາສະນິຍາບັດຊັ້ນສູງ 1 ສະບັບ.
  2. ຮູບຂະໜາດ 3x4 ຈໍານວນ 2 ໃບ (ຮູບ 2 ໃບຕ້ອງຄືກັນ)
ໝາຍເຫດ: ສອບຖາມລາຍລະອຽດເພີ່ມເຕີມໄດ້ໃນວັນລັດຖະການ ຕາມເບີໂທລະສັບ 030 5312552; 030 5514516

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ